Ncaw kho mob txua yam

  • Home
  • Ncaw kho mob txua yam

Ncaw kho mob txua yam ປືກສາ khab hmob ເສື່ອມ txua yam

21/10/2023
 #ຢຸດ ຄວາມເຊື່ອຜິດໆກິນເບຍລ້າງໄຂລູກໃນທ້ອງ
11/10/2023

#ຢຸດ ຄວາມເຊື່ອຜິດໆກິນເບຍລ້າງໄຂລູກໃນທ້ອງ

🤔 ເຊື່ອວ່າຜູ້ຍິງຫຼາຍຄົນຕ້ອງເຄີຍມີ  #ລົງຂາວ ກັນເກືອບໝົດທຸກຄົນ ເພາະເລື່ອງນີ້ຖືເປັນເລື່ອງທຳມະຊາດທີ່ຜູ້ຍິງທຸກຄົນຕ້ອງມີ ຈາກກາ...
27/09/2023

🤔 ເຊື່ອວ່າຜູ້ຍິງຫຼາຍຄົນຕ້ອງເຄີຍມີ #ລົງຂາວ ກັນເກືອບໝົດທຸກຄົນ ເພາະເລື່ອງນີ້ຖືເປັນເລື່ອງທຳມະຊາດທີ່ຜູ້ຍິງທຸກຄົນຕ້ອງມີ ຈາກການຕອບສະໜອງຮໍໂມນໃນຮ່າງກາຍ.

ປົກກະຕິແລ້ວຜູ້ຍິງຈະມີລົງຂາວກັນເກືອບທຸກມື້ ແຕ່ຈະມາໜ້ອຍມາຫຼາຍ ຫຼື ລັກສະນະເປັນແນວໃດ ກໍ່ຂຶ້ນຢູ່ກັບຊ່ວງເວລາ ເຊັ່ນ ຖ້າເປັນຊ່ວງກາງຮອບປະຈຳເດືອນເຊິ່ງເປັນຊ່ວງເວລາທີ່ໄຂ່ຕົກ ລົງຂາວຈະມີລັກສະນະໃສໆ ຍືດໜຽວອອກມາຄ້າຍໆວຸ້ນ ແຕ່ພໍໃກ້ຈະມີປະຈຳເດືອນ ລົງຂາວມັກປ່ຽນເປັນສີຂາວຂຸ້ນ

ເມື່ອໃດກໍ່ຕາມທີ່ສີ ແລະ ລັກສະນະຂອງລົງຂາວປ່ຽນແປງໄປບໍ່ແມ່ນສີໃສ ຫຼື ຂາວຂຸ້ນ ຫຼື ມີອາການຜິດປົກກະຕິອື່ນໆຮ່ວມ ເຊັ່ນ #ລົງຂາວມີກິ່ນເໝັນ, ມີອາການຄັນ, ເຈັບທ້ອງ, ແສບອອກຮ້ອນບໍລິເວນຊ່ອງຄອດ ອາດເກີດຈາກຄວາມຜິດປົກກະຕິບາງຢ່າງໄດ້ ເຊິ່ງສາເຫດສ່ວນຫຼາຍມັກເກີດຈາກການຕິດເຊື້ອ ເຊັ່ນ #ເຊື້ອຣາ #ແບັກທີເຣຍ ເຊື້ອທີ່ຕິດຕໍ່ທາງເພດສຳພັນ ລວມເຖິງສາເຫດອື່ນ ເຊັ່ນ ການອັກເສບ, ກ້ອນເບົ້າ, ມະເຮັງ ລວມທັງມີສິ່ງແປກປອມໃນຊ່ອງຄອດ.

ຖ້າເປັນອາການ #ລົງຂາວຈາກເຊື້ອຣາ ມັກມີການລົງຂາວສີຂາວຂຸ້ນເປັນສີຂາວກ້ອນໆ ຄ້າຍຄືນົມບູດ ຫຼື ນົມຢູ່ຂອບຈອກໂຍເກິດ ຮ່ວມກັບອາການຄັນບໍລິເວນຊ່ອງຄອດ ຫຼື ງ່າມຂາ ສ່ວນອາການທີ່ເກີດຈາກແບັກທີເຣຍ ມັກມີລົງຂາວສີຂາວອົມເທົາ ຮ່ວມກັບມີກິ່ນເໝັນ ແຕ່ບໍ່ມີອາການຄັນ ຫຼື ຖ້າ #ຕິດເຊື້ອຈາກເພດສຳພັນ ຄວາມຮຸນແຮງຈາກການລົງຂາວຈະເພີ່ມຂຶ້ນ ອາດປ່ຽນເປັນສີເຫຼືອງຂຽວຄ້າຍໜອງ ມີກິ່ນເໝັນ ອາດມີອາການອື່ນໆຮ່ວມ ເຊັ່ນ ມີໄຂ້, ເຈັບທ້ອງ.

ອີກສາເຫດໜຶ່ງຂອງການເກີດ #ລົງຂາວຜິດປົກກະຕິ ເກີດຈາກການເສຍສົມດຸນຂອງສະພາວະພາຍໃນຊ່ອງຄອດ ເພາະປົກກະຕິຊ່ອງຄອດຈະເປັນກົດອ່ອນໆ ຊ່ວຍປັບສົມດຸນພາຍໃນຊ່ອງຄອດໃຫ້ມີການຈະເລີນເຕີບໂຕຂອງເຊື້ອປະຈຳຖິ່ນ ( ແລັກໂຕບາຊີລັດ ) ຢ່າງເໝາະສົມ ນອກຈາກນີ້ຍັງຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອທີ່ກໍ່ໃຫ້ເກີດພະຍາດອື່ນໆ ແຕ່ຖ້າມີຫຍັງບາງຢ່າງເຮັດໃຫ້ພາວະບ່ອນນັ້ນປ່ຽນແປງໄປ ກໍ່ຈະເຮັດໃຫ້ຕິດເຊື້ອໄດ້ງ່າຍຂຶ້ນ ເຊັ່ນ ເຊື້ອຣາ ຫຼື ເຊື້ອແບັກທີເຣຍ ແລະ ເກີດອາການລົງຂາວຜິດປົກກະຕິໄດ້ ເຊິ່ງເຊື້ອປະຈຳຖິ່ນ( ແລັກໂຕບາຊີລັດ ) ໂຕນີ້ຟັງຊື່ແລ້ວມັນຄືກັບທີ່ຢູ່ໃນນົມສົ້ມຍີ່ຫໍ້ດັງໆ ແຕ່ໝໍຈະບອກວ່າມັນຄົນລະໂຕຄົນລະນາມສະກຸນກັນ ດັ່ງນັ້ນຢ່າເຂົ້າໃຈຜິດ

ອີກຢ່າງໜຶ່ງທີ່ສາວໆອາດຍັງບໍ່ຮູ້ກໍ່ຄື ລົງຂາວອາດເກີດໄດ້ຈາກການທຳຄວາມສະອາດຊ່ອງຄອດແບບທີ່ບໍ່ເໝາະສົມ ຈະລ້າງຫຼາຍ ຫຼື ໜ້ອຍໄປກໍ່ບໍ່ດີ ເພາະຖືກແທ້ພຽງແຕ່ລ້າງດ້ວຍນ້ຳລ້າເຊົ້າແລງກໍ່ພຽງພໍແລ້ວ ບໍ່ຈຳເປັນຕ້ອງໃຊ້ສະບູ ເພາະຄວາມເປັນດ່າງໃນສະບູຈະໄປຫຼຸດຄວາມເປັນກົດໃນຊ່ອງຄອດໄດ້ ຫຼື ກໍລະນີທີ່ອອກກຳລັງກາຍ ຫຼື ເຮັດກິດຈະກຳທີ່ມີເຫື່ອຫຼາຍ ອາດລ້າງທຳຄວາມສະອາດແລ້ວຊັບໃຫ້ແຫ້ງ ລວມທັງປ່ຽນໂສ້ງຊ້ອນ(ສະລິບ) ເພື່ອປ້ອງກັນເຊື້ອຣາທີ່ອາດເກີດຂຶ້ນໄດ້ເຊັ່ນກັນ.

ສ່ວນການໃຊ້ນ້ຳຢາລ້າງທຳຄວາມສະອາດສະເພາະນັ້ນ ຖ້າຈະໃຊ້ກໍ່ສາມາດໃຊ້ໄດ້ ພຽງແຕ່ຕ້ອງອ່ານສະຫຼາກໃຫ້ດີເພາະບາງຍີ່ຫໍ້ມີນ້ຳຢາສຳຫຼັບສະເພາະບຸກຄົນນຳ ເຊັ່ນ ກຸ່ມເດັກນ້ອຍກ່ອນມີປະຈຳເດືອນ, ກຸ່ມຜູ້ຍິງໄວມີປະຈຳເດືອນ, ກຸ່ມໄວໝົດປະຈຳເດືອນ ເປັນຕົ້ນ ແຕ່ຖ້າເປັນຍີ່ຫໍ້ທົ່ວໄປ ມັກຈະເໝາະກັບຄົນທີ່ຍັງມີປະຈຳເດືອນຫຼາຍກວ່າເດັກນ້ອຍ ຫຼື ຜູ້ຍິງໄວທອງ.

ບາດນີ້ຖ້າເປັນແລ້ວຈະເຮັດແນວໃດ ງ່າຍໆເລີຍຄື ເບິ່ງກ່ອນວ່າລົງຂາວມັນຜິດປົກກະຕິບໍ? ເຊັ່ນ ລົງຂາວມີສີທີ່ປ່ຽນໄປ, ມີກິ່ນຜິດປົກກະຕິ, ມີອາການຄັນຊ່ອງຄອດ, ເຈັບທ້ອງ ຫຼື ແສບຮ້ອນບໍລິເວນຊ່ອງຄອດ ຖ້າບໍ່ມີກໍ່ທຳຄວາມສະອາດປົກກະຕິ ຊັບໃຫ້ແຫ້ງ ກໍ່ພຽງພໍແລ້ວ ແຕ່ຖ້າເບິ່ງແລ້ວຄືບໍ່ປົກກະຕິ ກໍ່ຕ້ອງມາຫາແພດເພື່ອກວດຮ່າງກາຍ ແລະ ຊອກຫາສາເຫດ ເພາະບໍ່ສາມາດເບິ່ງພຽງແຕ່ສີແລ້ວບອກໄດ້ຢ່າງຊັດເຈນ.

ສົມມຸດຖ້າເກີດຈາກເຊື້ອຣາ ຄືມີລົງຂາວສີຂຸ້ນເປັນກ້ອນ ຮ່ວມກັບອາການຄັນ ໝໍຈະໃຫ້ຢາກິນ ຫຼື ຢາຍັດຊ່ອງຄອດ ຮ່ວມກັບຢາທາພາຍນອກຂ້າເຊື້ອຣາ ຫຼື ຖ້າເກີດຈາກການຕິດເຊື້ອແບັກທີເຣຍ ຈະໄດ້ປິ່ນປົວດ້ວຍການກິນຢາຕ້ານເຊື້ອ ຍົກເວັ້ນຕິດເຊື້ອຕິດຕໍ່ທາງເພດສຳພັນທີ່ຮຸນແຮງແຜ່ລາມເຂົ້າໄປໃນມົດລູກ, ຮັງໄຂ່ ຈະຕ້ອງປິ່ນປົວດ້ວຍການໃຊ້ເປັນຢາສັກນັ້ນເອງ. " ຈັງໃດກໍ່ມາກວດກັບແພດແມ່ນດີທີ່ສຸດ "

ໄວຣັສຕັບອັກເສບບີ ແບບໃດຈຶ່ງຄວນປິ່ນປົວ 🚨🏥ຄົນເຈັບທີ່ເປັນໄວຣັສຕັບອັກເສບບີບໍ່ຈຳເປັນຕ້ອງໄດ້ຮັບການປິ່ນປົວທຸກຄົນ ເນື່ອງຈາກມີເກນໃ...
26/09/2023

ໄວຣັສຕັບອັກເສບບີ ແບບໃດຈຶ່ງຄວນປິ່ນປົວ 🚨🏥

ຄົນເຈັບທີ່ເປັນໄວຣັສຕັບອັກເສບບີບໍ່ຈຳເປັນຕ້ອງໄດ້ຮັບການປິ່ນປົວທຸກຄົນ ເນື່ອງຈາກມີເກນໃນການພິຈາລະນາໃນຄົນເຈັບແຕ່ລະບຸກຄົນ ແຕ່ຄົນເຈັບທີ່ເປັນພາຫະໄວຣັສຕັບອັກເສບບີທີ່ບໍ່ມີອາການກໍ່ຄວນໄປພົບແພດຢ່າງສະໝ່ຳສະເໝີ ເພື່ອຊະລໍການເກີດຕັບແຂງ ຫຼຸດການເກີດພາວະແຊກຊ້ອນ ເຊັ່ນ ມະເຮັງຕັບໄດ້ ເຊິ່ງຄວນກວດຕິດຕາມຕໍ່ເນື່ອງຢ່າງໜ້ອຍທຸກໆ 6 ເດືອນ ເນື່ອງຈາກໄລຍະພະຍາດອາດມີການປ່ຽນແປງໄປມາໄດ້.

" ໄວຣັສຕັບອັກເສບບີ "

💧ນ້ຳເປັນສິ່ງທີ່ຮ່າງກາຍຂາດບໍ່ໄດ້ ທຸກມື້ເຮົາຕ້ອງດື່ມນ້ຳໃນປະລິມານທີ່ພຽງພໍຕໍ່ຮ່າງກາຍ ນ້ຳຊ່ວຍໃຫ້ລະບົບການເຮັດວຽກຂອງຮ່າງກາຍດີຂຶ...
23/09/2023

💧ນ້ຳເປັນສິ່ງທີ່ຮ່າງກາຍຂາດບໍ່ໄດ້ ທຸກມື້ເຮົາຕ້ອງດື່ມນ້ຳໃນປະລິມານທີ່ພຽງພໍຕໍ່ຮ່າງກາຍ ນ້ຳຊ່ວຍໃຫ້ລະບົບການເຮັດວຽກຂອງຮ່າງກາຍດີຂຶ້ນ ຖ້າຮ່າງກາຍຂາດນ້ຳຈະສົ່ງຜົນກະທົບຕໍ່ຫຼາຍລະບົບໃນຮ່າງກາຍ

📌 ສັນຍານເຕືອນ ທີ່ບົ່ງຊີ້ວ່າ "ດື່ມນ້ຳໜ້ອຍ"

✔ ເຈັບຫົວ
✔ ທ້ອງຜູກ
✔ ອ່ອນເພຍ ເມື່ອຍງ່າຍ
✔ ຜິວແຫ້ງ ຮິ້ວຮອຍເຫັນຊັດ
✔ ຍ່ຽວໜ້ອຍ ສີເຂັ້ມ
✔ ບໍ່ສະບາຍງ່າຍ
✔ ມີກິ່ນປາກ ປາກແຫ້ງ ເປັນຮ້ອນໃນ

🔔ສັນຍານທີ່ບອກວ່າທ່ານມີຕັບແຂງໄລຍະສຸດທ້າຍ🛑 ຕັບອັກເສບຈາກສາເຫດຫຍັງກໍ່ຕາມທີ່ບໍ່ຫາຍດີພາຍໃນ 6 ເດືອນ ມັກເກີດການອັກເສບຊຳເຮື້ອ ແບບ...
20/09/2023

🔔ສັນຍານທີ່ບອກວ່າທ່ານມີຕັບແຂງໄລຍະສຸດທ້າຍ🛑

ຕັບອັກເສບຈາກສາເຫດຫຍັງກໍ່ຕາມທີ່ບໍ່ຫາຍດີພາຍໃນ 6 ເດືອນ ມັກເກີດການອັກເສບຊຳເຮື້ອ ແບບລັກທຳລາຍຕັບໂດຍທີ່ເຈົ້າບໍ່ຮູ້ໂຕ ເມື່ອໜັກຂຶ້ນກໍ່ຈະເລີ່ມມີຜັງຜືດເກີດຂຶ້ນໃນຕັບຈົນກາຍເປັນຕັບແຂງ ກວ່າເຈົ້າຂອງຕັບຈະຮູ້ສຶກໂຕກໍ່ອາດເຂົ້າສູ່ພາວະຕັບແຂງໄລຍະສຸດທ້າຍແລ້ວ ເຊິ່ງຈະເລີ່ມມີອາການສະແດງໃຫ້ເຫັນ ເຊັ່ນ ຫຼັງຕີນບວມ ຂາບວມຊະນິດກົດຫຼຸບ ພໍເປັນຫຼາຍກໍ່ເລີ່ມມີອາການຕາເຫຼືອງ, ທ້ອງບວມຈາກການມີນ້ຳໃນທ້ອງ ຫຼື ເອີ້ນອີກຊື່ວ່າທ້ອງມານນ້ຳ

ດັ່ງນັ້ນຖ້າຮ່າງກາຍມີອາການຜິດປົກກະຕິເຫຼົ່ານີ້ ຄວນຟ້າວໄປກວດນຳແພດຢູ່ໂຮງໝໍທັນທີ 🩺

ນ້ຳເປັນສິ່ງທີ່ຮ່າງກາຍຂາດບໍ່ໄດ້ ທຸກມື້ເຮົາຕ້ອງດື່ມນ້ຳໃນປະລິມານທີ່ພຽງພໍຕໍ່ຮ່າງກາຍ ແຕ່ຫຼາຍຄົນອາດບໍ່ຮູ້ວ່າຊ່ວງເວລາໃດທີ່ເຮົາຄ...
19/09/2023

ນ້ຳເປັນສິ່ງທີ່ຮ່າງກາຍຂາດບໍ່ໄດ້ ທຸກມື້ເຮົາຕ້ອງດື່ມນ້ຳໃນປະລິມານທີ່ພຽງພໍຕໍ່ຮ່າງກາຍ ແຕ່ຫຼາຍຄົນອາດບໍ່ຮູ້ວ່າຊ່ວງເວລາໃດທີ່ເຮົາຄວນດື່ມນ້ຳ ເພື່ອຊ່ວຍໃຫ້ລະບົບການເຮັດວຽກຂອງຮ່າງກາຍດີຂຶ້ນ ແລະ ນີ້ຄືຊ່ວງເວລາທີ່ດີສຳຫຼັບການດື່ມນ້ຳ :

#ຫຼັງຕື່ນນອນ
ການດື່ມນ້ຳຈັກໜຶ່ງຈອກຫຼັງຕື່ນນອນ ຈະຊ່ວຍກະຕຸ້ນການເຮັດວຽກຂອງອະໄວຍະວະພາຍໃນ ນອກຈາກນີ້ຍັງຊ່ວຍລ້າງສານຜິດອອກຈາກຮ່າງກາຍ ກ່ອນການກິນອາຫານຄາບທຳອິດຂອງມື້ໄດ້ອີກດ້ວຍ.

#ກ່ອນກິນອາຫານ
ຄວນດື່ມນ້ຳຈັກໜຶ່ງຈອກກ່ອນກິນອາຫານປະມານ 30 ນາທີ ເພື່ອຊ່ວຍໃຫ້ລະບົບການຍ່ອຍອາຫານເຮັດວຽກໄດ້ດີຂຶ້ນ.

#ກ່ອນອາບນ້ຳ
ການດື່ມນ້ຳຈັກໜຶ່ງຈອກກ່ອນອາບນ້ຳ ຈະຊ່ວຍຫຼຸດຄວາມດັນເລືອດຂອງເຈົ້າໃຫ້ຕໍ່າລົງ ແລະ ຮັກສາອຸນຫະພູມຂອງຮ່າງກາຍໃຫ້ສົມດຸນ.

#ກ່ອນຈະເຂົ້ານອນ
ກ່ອນຈະເຂົ້ານອນຄວນດື່ມນ້ຳຈັກຈອກເພື່ອປ້ອງກັນການສູນເສຍຂອງເເຫຼວໃນລະຫວ່າງເຮົາຫຼັບ ແລະ ຊ່ວຍປ້ອງກັນພະຍາດເສັ້ນເລືອດໃນສະໝອງຕີບ ແລະ ປ້ອງຫົວໃຈລົ້ມເຫຼວໄດ້.

#ເວລາຫິວເຂົ້າ
ຖ້າເຈົ້າຮູ້ສຶກຫິວລະຫວ່າງມື້ ການດື່ມນ້ຳຊ່ວຍໄດ້ ເພາະບາງເທື່ອຄົນເຮົາອາດນຶກວ່າໂຕເອງຫິວ ທັ້ງໆທີ່ໂຕເອງນັ້ນພຽງແຕ່ຫິວນ້ຳ ການໄດ້ດື່ມນ້ຳກ່ອນກິນເຂົ້າໜົມ ຫຼື ອາຫານ ຈະຊ່ວຍໃຫ້ຮູ້ສຶກອີ່ມໄວຂຶ້ນ ເຊິ່ງຊ່ວຍຄວບຄຸມປະລິມານແຄລລໍຣີ່ ແລະ ຄຸມນ້ຳໜັກໄດ້.

#ຕອນຮູ້ສຶກເມື່ອຍ
ຖ້າຮູ້ສຶກເມື່ອຍຢາກນອນຈັກບຶດໜຶ່ງ ລອງດື່ມນ້ຳຈັກຈອກສອງຈອກ ເພາະຖ້າເຈົ້າບໍ່ໄດ້ຢາກນອນອີຫຼີ ຄວາມອິດເມື່ອຍກໍ່ຖືເປັນອີກສັນຍານໜຶ່ງ ທີ່ບົ່ງບອກວ່າຮ່າງກາຍກຳລັງຂາດນ້ຳ ດັ່ງນັ້ນການດື່ມນ້ຳຈະຊ່ວຍໃຫ້ເຈົ້າກັບມາສົດຊື່ນອີກຄັ້ງ.

#ຫຼັງອອກກຳລັງກາຍ
ຫຼັງຈາກອອກກຳລັງກາຍເຈົ້າອາດດື່ມນ້ຳໃນປະລິມານຫຼາຍເພື່ອທົດແທນຂອງເເຫຼວທີ່ສູນເສຍໄປ ບໍ່ວ່າຈະເປັນທາງເຫື່ອ ຫຼື ນ້ຳຍ່ຽວ ໂດຍປະລິມານນ້ຳທີ່ຮ່າງກາຍຕ້ອງການນັ້ນຂຶ້ນຢູ່ກັບນ້ຳໜັກ, ສຸຂະພາບ, ສະພາບອາກາດລວມໄປເຖິງໄລຍະເວລາທີ່ເຮົາອອກກຳລັງກາຍຂອງແຕ່ລະຄົນ ເຊິ່ງຂໍ້ຄວນຈື່ຄືຢ່າດື່ມນ້ຳຫຼາຍຈົນເກີນໄປ ເພາະອາດພາໃຫ້ເຈັບທ້ອງໄດ້.

#ຕອນຢູ່ທ່າມກາງຄົນບໍ່ສະບາຍ
ຖ້າເຈົ້າຢູ່ທ່າມກາງຄົນບໍ່ສະບາຍ ບໍ່ວ່າຈະເປັນໂຮງໝໍ, ໂຮງຮຽນ ຫຼື ບ່ອນເຮັດວຽກ ການດື່ມນ້ຳທີ່ຫຼາຍກວ່າປົກກະຕິໜ້ອຍໜຶ່ງ ຈະຊ່ວຍຊຳລະລ້າງເຊື້ອພະຍາດ ຫຼື ໄວຣັສທີ່ບັງເອີນໄດ້ຮັບເຂົ້າສູ່ຮ່າງກາຍໄດ້.

#ເມື່ອເຈົ້າບໍ່ສະບາຍ
ໃນເວລາທີ່ເຮົາບໍ່ສະບາຍ ການດື່ມນ້ຳເປັນຖືເປັນເລື່ອງທີ່ສຳຄັນທີ່ຊ່ອຍໃຫ້ອາການເຮົາດີຂຶ້ນ ເພາະນອກຈາກຈະບໍ່ເຮັດໃຫ້ຮ່າງກາຍຂາດນ້ຳແລ້ວ ຍັງຊ່ອຍດຶງໃຫ້ເຮົາຮູ້ສຶກສົດຊື່ນຂຶ້ນອີກດ້ວຍ.

 #ໄສ້ຕິ່ງອັກເສບ (acute appendicitis)ອາການເຈັບທ້ອງທີ່ຕ້ອງເຝົ້າລະວັງຖ້າມີອາການ1. ເຈັບທ້ອງເຈັບທົ່ວທ້ອງ ຈຸກແໜ້ນ ໃນໄລຍະທຳອິດ2...
17/09/2023

#ໄສ້ຕິ່ງອັກເສບ (acute appendicitis)

ອາການເຈັບທ້ອງທີ່ຕ້ອງເຝົ້າລະວັງ
ຖ້າມີອາການ

1. ເຈັບທ້ອງເຈັບທົ່ວທ້ອງ ຈຸກແໜ້ນ ໃນໄລຍະທຳອິດ

2. ເລີ່ມເຈັບຍ້າຍບ່ອນຈາກທົ່ວທ້ອງ ມາເຈັບເດັ່ນເຂດທ້ອງນ້ອຍເບື້ອງຂວາ ກົດເຈັບ ອາດມີຖອກທ້ອງຮ່ວມນຳ ໃນບາງຄົນຍ່າງລົງນ້ຳໜັກ, ໄອ, ຈາມ ຮູ້ສຶກເຈັບຫຼາຍຂຶ້ນ ເນື່ອງຈາກມີການອັກເສບຂອງໄສ້ຕິ່ງ ແລະ ເຍື່ອຫຸ້ມທ້ອງ

3. ມີໄຂ້ຫຼັງຈາກເຈັບທ້ອງ

@ ໃນເດັກນ້ອຍ, ຜູ້ເຖົ້າ ຫຼື ຄົນເຈັບທີ່ມີພູມຄຸ້ມກັນຕ່ຳ ລັກສະນະອາການອາດບໍ່ກົງໄປກົງມາ ຖ້າມີໄຂ້ ອາການເຈັບທ້ອງທີ່ບໍ່ດີຂຶ້ນ ແນະນຳກວດປິ່ນປົວເພີ່ມຕື່ມ

📣 ຕັບເປັນອະໄວຍະວະທີ່ສຳຄັນຫຼາຍຕໍ່ຮ່າງກາຍ ປຽບເໝືອນໂຮງງານກຳຈັດຂີ້ເຫຍື້ອ ທີ່ຈະກຳຈັດສານພິດ ແລະ ສິ່ງເສດເຫຼືອອອກຈາກຮ່າງກາຍ ເປັນ...
16/09/2023

📣 ຕັບເປັນອະໄວຍະວະທີ່ສຳຄັນຫຼາຍຕໍ່ຮ່າງກາຍ ປຽບເໝືອນໂຮງງານກຳຈັດຂີ້ເຫຍື້ອ ທີ່ຈະກຳຈັດສານພິດ ແລະ ສິ່ງເສດເຫຼືອອອກຈາກຮ່າງກາຍ ເປັນແຫຼ່ງສັງເຄາະພະລັງງານຕ່າງໆທີ່ຮ່າງກາຍຕ້ອງການເຊັ່ນ ໂປຣຕີນ, ນ້ຳຕານ ແລະ ສ້າງນ້ຳບີທີ່ຊ່ວຍຍ່ອຍໄຂມັນ.

📍 ລອງຄິດເບິ່ງວ່າ ຖ້າຫາກເຮົານຳສານພິດເຂົ້າໃນຮ່າງກາຍປະລິມານຫຼາຍໆ ຈົນຕັບຂອງເຮົາເສື່ອມປະສິດທິພາບ ແລະ ບໍ່ສາມາດກຳຈັດສານພິດອອກໄປໄດ້ຫມົດ ຮ່າງກາຍຂອງເຮົາຈະເປັນແນວໃດ ?
-----------------------------------------------------------
" ຕັບສາມາດຟື້ນຟູຮ່າງກາຍໂຕເອງໄດ້ງ່າຍໆ ພຽງແຕ່ບໍ່ທຳຮ້າຍມັນເພີ່ມ ແລະ ດູແລເບິ່ງແຍງມັນໃຫ້ດີ ຈຸລັງຕັບທີ່ເຄີຍອ່ອນແອ ກໍ່ຈະກັບມາແຂງແຮງໄດ້ຄືເກົ່າ ທາງເພດສຸຂະພາບມາກ່ອນ ເລີຍນຳເອົາເຄັດບໍ່ລັບໃນການຟື້ນຟູຕັບຂອງເຮົາໃຫ້ກັບມາແຂງແຮງອີກຄັ້ງດ້ວຍວິທີຕາມຮູບຂ້າງລຸ່ມນີ້."

 #ລີ້ນສາມາດບອກພະຍາດໄດ້👅 “ເພາະລັກສະນະພາຍນອກຮ່າງກາຍ ສາມາດບອກເຖິງລັກສະນະພາຍໃນຮ່າງກາຍໄດ້”👅 ລີ້ນຖືເປັນອະໄວຍະວະທີ່ມີເສັ້ນເລືອດ...
14/09/2023

#ລີ້ນສາມາດບອກພະຍາດໄດ້👅 “ເພາະລັກສະນະພາຍນອກຮ່າງກາຍ ສາມາດບອກເຖິງລັກສະນະພາຍໃນຮ່າງກາຍໄດ້”

👅 ລີ້ນຖືເປັນອະໄວຍະວະທີ່ມີເສັ້ນເລືອດມາຫຼ່ໍລ້ຽງຫຼາຍ ການເບິ່ງລີ້ນຈຶ່ງສາມາດບອກສຸຂະພາບຮ່າງກາຍພາຍໃນ

😀 1.ລີ້ນສີແດງອົມບົວ
ລີ້ນທີ່ບົ່ງບອກໃຫ້ເຫັນວ່າສຸຂະພາບດີຕ້ອງມີສີແດງອົມບົວ, ບໍ່ກ່ຳຊ້ຳ, ຜິວລຽບ, ຂະໜາດບໍ່ນ້ອຍ ແລະ ບໍ່ໃຫຍ່ຈົນເກີນໄປ ອາດມີຝ້າຂາວອ່ອນໆ ບາງໆ.

😲 2.ລີ້ນສີຈືດຂາວ
ສີຂອງລີ້ນຈືດຂາວອ່ອນ ຫຼື ຈາງກວ່າປົກກະຕິ ບົ່ງບອກໃຫ້ເຫັນວ່າມີເລືອດມາຫຼ່ໍລ້ຽງບໍລິເວນລີ້ນໜ້ອຍ ສະແດງເຖິງກຸ່ມອາການເລືອດໜ້ອຍເລືອດຈາງ

🥵 3.ລີ້ນສີແດງສົດ
ລີ້ນສີແດງສົດ ແດງຈັດ ບົ່ງບອກໃຫ້ເຫັນວ່າພາຍໃນຮ່າງກາຍມີຄວາມຮ້ອນຫຼາຍ ອາດເຮັດໃຫ້ເກີດອາການເຈັບຫົວ, ນອນບໍ່ຫຼັບ, ປາກແຫ້ງຄໍແຫ້ງ, ທ້ອງຜູກ ໄດ້.

😖 4.ລີ້ນສີມ່ວງຊ້ຳ
ລີ້ນສີມ່ວງຊ້ຳ ບົ່ງບອກວ່າລະບົບໝູນວຽນເລືອດເຮັດວຽກໄດ້ບໍ່ສະດວກ ອາດເຮັດໃຫ້ເກີດອາການປວດເມື່ອຍກ້າມຊີ້ນ ໄດ້

ຢ່າລະເລີຍສິ່ງທີ່ງ່າຍໆແຕ່ສຳຄັນຕໍ່ສຸຂະພາບ  #ຄືການດື່ມນ້ຳໃຫ້ພຽງພໍ ກ່ອນທີ່ຈະມານັ່ງເສຍໃນພາຍຫຼັງ ເພາະເລື່ອງງ່າຍທີ່ສຸດກັບເຮັດບໍ...
14/09/2023

ຢ່າລະເລີຍສິ່ງທີ່ງ່າຍໆແຕ່ສຳຄັນຕໍ່ສຸຂະພາບ #ຄືການດື່ມນ້ຳໃຫ້ພຽງພໍ ກ່ອນທີ່ຈະມານັ່ງເສຍໃນພາຍຫຼັງ ເພາະເລື່ອງງ່າຍທີ່ສຸດກັບເຮັດບໍ່ໄດ້.

13/09/2023

📣 ຖ້າເວົ້າເຖິງພະຍາດຮ້າຍຂອງຜູ້ຍິງ ຈະຕ້ອງມີ "ພະຍາດມະເຮັງປາກມົດລູກ" ເປັນຊື່ຢູ່ໃນລຳດັບຕົ້ນໆທີ່ຜູ້ຍິງທຸກຄົນຢ້ານ ແລະ ມັກພົບກັນຢ່າງແນ່ນອນ, ດັ່ງນັ້ນທາງເພຈ'ສຸຂະພາບມາກ່ອນ' ຈຶ່ງໄດ້ນຳເອົາຄວາມຮູ້ວິທີສັງເກດ ແລະ ໄລຍະຂອງການເປັນມະເຮັງປາກມົດລູກມາສູ່ພີ່ນ້ອງລູກເພຈທຸກໆທ່ານໄດ້ເສີມຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບພະຍາດນີ້ຫຼາຍຂຶ້ນຕື່ມ.‼️
-------------------------------------------------
📍 ປັດໃຈສ່ຽງຂອງການເກີດມະເຮັງປາກມົດລູກ.

1. ການຕິດເຊື້ອໄວຣັສ HPV (Human Papilloma Virus).
ຕິດຕໍ່ໄດ້ຜ່ານການມີເພດສຳພັນ.

2. ການມີເພດສຳພັນຕັ້ງແຕ່ອາຍຸຍັງນ້ອຍ.
ລວມເຖິງການຖືພາໄວແຕ່ຍັງນ້ອຍ ແລະ ເກີດລູກຫຼາຍເທື່ອ.

3. ການມີຄູ່ນອນຫຼາຍຄົນ.
ຫຼື ມີເພດສຳພັນກັບຜູ້ທີ່ມີຄູ່ນອນຫຼາຍຄົນ.

4. ມີປະຫວັດເປັນພະຍາດຕິດຕໍ່ທາງເພດສຳພັນ.
ເຊັ່ນ: ການຕິດເຊື້ອ HIV, ໜອງໃນ, ຊີຟີລິສ...

5. ພາວະພູມຄຸ້ມກັນຮ່າງກາຍບົກພ່ອງ.
ລວມເຖິງຜູ້ທີ່ກິນຢາຫຼຸດພູມຄຸ້ມກັນໃນຮ່າງກາຍ ຫຼື ຢາກົດພູມຄຸ້ມກັນ.

6. ການກິນຢາຄຸມກຳເນີດເປັນເວລາດົນ.
ເພາະອາດສົ່ງຜົນໃຫ້ເຍື່ອເມືອກຜົ້ງມົດລູກບາງເກີນໄປ.

7. ການສູບຢາ.
ສຳພັນກັບການເກີດມະເຮັງປາກມົດລູກຊະນິດ squamous cell ເມື່ອສົມທຽບກັບຄົນທີ່ບໍ່ສູບຢາ.
-------------------------------------------------
📍 ສັນຍານເຕື່ອນທີ່ບໍ່ຄວນເບິ່ງຂ້າມ :

✅ 1. ມີຕົກຂາວ, ສານຄັດຫຼັ່ງອອກທາງຊ່ອງຄອດຫຼາຍກວ່າປົກກະຕິ ຫຼື ມີຕົກຂາວປົນເລືອດ
✅ 2. ມີປະຈຳເດືອນມາຜິດປົກກະຕິ ປະຈຳເດືອນມາຫຼາຍ ຫຼື ເປັນດົນ.
✅ 3. ມີເລືອດອອກຈາກຊ່ອງຄອດໃນຊ່ວງຫຼັງໝົດປະຈຳເດືອນ ຫຼື ໄວທອງ.
✅ 4. ເຈັບຕອນມີເພດສຳພັນ ຫຼື ມີເລືອດຈາກຊ່ອງຄອດຕອນທີ່ມີເພດສຳພັນ.
✅ 5. ໄລຍະແຜ່ລາມ ເຈັບທ້ອງນ້ອຍ ຍ່ຽວມີເລືອດປົນ ຍ່ຽວດຸ ຍ່ຽວຂັດ ນ້ຳໜັດຫຼຸດ ອ່ອນເພຍ ຂາບວມ.
-------------------------------------------------
📍 ພະຍາດມະເຮັງປາກມົດລູກແບ່ງເປັນໄລຍະດັ່ງນີ້

▶️ ໄລຍະທີ່ 0 : ຈຸລັງມະເຮັງຍັງຢູ່ບໍລິເວນຊັ້ນຜິວສ່ວນເທິງຂອງປາກມົດລູກ ມະເຮັງປາກມົດລູກໃນໄລຍະ 0 ເອີ້ນໄດ້ອີກຊື່ໜຶ່ງວ່າ ມະເຮັງໃນຈຸດກຳເນີດ.

▶️ ໄລຍະທີ່ 1 : ຈຸລັງມະເຮັງຢູ່ບໍລິເວນປາກມົດລູກ ແລະ ເລີ່ມມີການແຜ່ລາມ.

▶️ ໄລຍະທີ່ 2 : ຈຸລັງມະເຮັງແຜ່ລາມເຂົ້າໄປໃນຊ່ອງຄອດ ແຕ່ຍງບໍ່ເຖິງ 1/3 ຂອງຊ່ອງຄອດ ຫຼື ອາດແຜ່ລາມເຂົ້າໄປບ່ອນເນື້ອເຍື່ອແຄມປາກມົດລູກ ແຕ່ຍັງບໍ່ເຖິงຜະໜັງເຂດອ່າງຊາມ

▶️ ໄລຍະທີ່ 3 : ຈຸລັງມະເຮັງແຜ່ລາມເຂົ້າໄປເຖິງ 1/3 ສ່ວນກາງຂອງຊ່ອງຄອດ ຫຼື ແຜ່ລາມໄປເຖິງກະດູກອ່າງຊາມ ຫຼື ໄປໜີບເຕັງທໍ່ໄຂ່ຫຼັງ ເຮັດໃຫ້ເກີດການອຸດຕັນຂອງລະບົບຖ່າຍເທ.

▶️ ໄລຍະທີ່ 4 : ຈຸລັງມະເຮັງລາມອອກຈາກສ່ວນອະໄວຍະວະເພດ ຫຼື ຜ່ານກະກູກອ່າງຊາມລາມເຂົ້າໄປໃນລຳໄສ້ ແລະ ຖົງຍ່ຽວໂດຍກົງ ຫຼື ຈົນລາມໄປບໍລິເວນອື່ນໆ ທີ່ໄກອອກໄປ.

Address

ບ້ານ ໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

Alerts

Be the first to know and let us send you an email when Ncaw kho mob txua yam posts news and promotions. Your email address will not be used for any other purpose, and you can unsubscribe at any time.

  • Want your business to be the top-listed Grocery Store?

Share