23/02/2023
👏 ສໍານັກພິມ Kiplinger ຢູ່ລັດ Washington, D.C. ຂອງອາເມລິກາ ລາຍງານວ່າ ສປປ ລາວ ມີຄ່າໃຊ້ຈ່າຍຖືກສຸດ ໃນການທ່ອງທ່ຽວ 2023 ໂດຍ ມີຄ່າໃຊ່ຈ່າຍ ໃນແຕ່ລະມື້ ສະເລ່ຍ ທີ່ $15, ຄ່າທີ່ພັກສະເລ່ຍ $8 ແລະ ຄ່າອາຫານສະເລ່ຍ $5.
ສໍານັກພິມ Kiplinger ລາຍງານ 10 ປະເທດທີ່ມີຄ່າໃຊ້ຈ່າຍຖືກ ໃນການທ່ອງທ່ຽວ 2023 ໂດຍໃນການຈັດອັນດັບ ໄດ້ລາຍງານວ່າ ສປປ ລາວ ເປັນປະເທດບໍ່ມີທາງອອກສູ່ທະເລ ແຕ່ມີ ເກາະດອນ 4.000 ແຫ່ງ ໃນເຂດແມ່ນໍ້າຂອງ, ມີນໍ້າຕົກທີ່ສວຍງາມ, ເປັນປະເທດ ທີ່ຍັງບໍ່ມີການລົບກວນຫຼາຍ ຈາກການພັດທະນາ ແລະ ຍັງມີທໍາມະຊາດທີ່ສວຍງາມຫລົງເຫຼືອຢູ່. ນອກຈາກນີ້ຍັງມີວັດທີ່ສວຍງາມ, ມີບ່ອນຮຽນແຕ່ງອາຫານ, ມີການປີນເຂົາ, ເຂົ້າຖໍ້າ ເຂົ້າປ່າ ທີ່ໜ້າຄົ້ນຫາ.
ທ່ານສາມາດອ່ານລາຍລະອຽດເພີ່ມຕື່ມ ຢູ່ລິ້ງກ້ອງຄອມເມັ້ນ 👇