23/06/2025
ມາຕອບໃຫ້ແລ້ວ ຈາກກໍລະນີການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3.000 ກີບ/ເດືອນ/ເບີ ກາຍເປັນປະເດັນ ແລະ ຄຳຖາມຄາໃຈສັງຄົມ ແລະ ມີສຽງວິພາກວິຈາກໄປຕ່າງໆ.
ຫຼ້າສຸດ, ວັນທີ 19 ມີຖຸນາ 2025 ທີ່ຜ່ານມາ, ທ່ານ ປະລີນຍາ ພົມມະວິເສດ, ຮັກສາການຫົວຫນ້າກອງເລຂາ ກອງທຶນພັດທະນາໂທລະຄົມມະນາຄົມ ເເລະ ການຫັນເປັນດີຈີຕອນ ກະຊວງເຕັກໂນໂລຊີເເລະການສື່ສານ ໄດ້ໃຫ້ຮູ້ ແລະ ຕອບຄຳຖາມຕໍ່ກັບບັນຫາທີ່ເກີດຂຶ້ນນີ້ວ່າ: ການເກັບເງິນດັ່ງກ່າວ ແມ່ນຄ່າສິດໃນການຄຸ້ມຄອງກ່ຽວກັບວຽກງານໂທລະຄົມມະນາຄົມແລະອິນເຕີເນັດຊຶ່ງລັດຖະບານມີຄວາມຈໍາເປັນຕ້ອງໄດ້ນໍາໃຊ້ເຂົ້າໃນການພັດທະນາແລະປັບປຸງວຽກຕ່າງໆທີ່ຕິດພັນກັບການນໍາໃຊ້ການບໍລິການໂທລະຄົມມະນາຄົມແລະອິນເຕີເນັດໃຫ້ມີຄວາມສະຫງົບແລະປອດໄພ,
ສໍາລັບເລກໝາຍໂທລະສັບທຸກປະເພດບໍລິການທີ່ມີເລກລະຫັດບໍລິການຂຶ້ນຕົ້ນດ້ວຍ 020 ແລະ 030 ທີ່ມີການນໍາໃຊ້ແມ່ນກຳນົດເກັບຄ່າຮັກສາຄວາມປອດໄພປະຈໍາເດືອນໃນອັດຕາ 3.000 ກີບຕໍ່ເດືອນຕໍ່ໜຶ່ງເລກໝາຍ,ສໍາລັບການບໍລິການອິນເຕີເນັດຜ່ານສາຍFTTx ແມ່ນກໍານົດເກັບຄ່າຮັກສາຄວາມປອດໄພປະຈໍາເດືອນໃນອັດຕາ 5.000 ກີບຕໍ່ເດືອນຕໍ່ໜຶ່ງລູກຄ້າ.
ສໍາລັບຕໍ່ກັບຄໍາຖາມທີ່ສັງຄົມຕັ້ງຂື້ນພາຍຫລັງເກັບໄປແລ້ວເປັນຫຍັງຈື່ງມີກຸ່ມເເກ້ງສໍ້ໂກງທາງໂທລະຄົມ ຫລື ຄໍເຊັນເຕີ ລວມເຖີງບໍລິສັດເຊົ່າສີນເຊື່ອໂທມາລົບກວນນັ້ນຕໍ່ບັນຫານີ້ອາດປາສະຈາກບໍ່ໄດ້ ເນື່ອງຈາກວ່າບັນດາກຸ່ມຄົນເຫລົ່ານີ້ໄດ້ຊອກຫາທຸກຊ່ອງທາງເພື່ອຫວັງສ້າງຄວາມບໍ່ສະຫງົບໃນສັງຄົມບໍ່ວ່າຈະຢູ່ປະເທດທີ່ຈະເລີນເເລ້ວກໍ່ມີເຫດການລັກສະນະນີ້ເກີດຂື້ນເຊັ່ນດຽວກັນ, ເເຕ່ໄລຍະຜ່ານມາໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງເເຈ້ງໄປຫາບັນດາທະນາຄານ ເເລະ ບໍລິສັດເຊົ່າສີນເຊື່ອໃຫ້ຢຸດຕີການໂທໄປລົບກວນຜູ້ຊົມໃຊ້,ສ່ວນການຮັກສາຄວາມປອດໄພຈາກກຸ່ມແກ້ງຄໍເຊັນເຕີນັ້ນ ປັດຈຸບັນໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງໂດຍສະເພາະກະຊວງປ້ອງກັນຄວາມສະຫງົບ,ສູນອີນເຕີເນັດເເຫ່ງຊາດ ຈະສ້າງຕັ້ງສູນຮັບເເຈ້ງຄວາມຕ້ານການເຮັດທຸລະກໍາຄວາມປອດໄພທາງໄຊເບີ ຂື້ນມາເພື່ອສະກັດກັ້ນບັນຫາຕ່າງໆທີ່ອາດຈະເກີດຂື້ນທາງໂທລະຄົມໄດ້ຢ່າງທັນການ.
ສ່ວນອັດຕາຫົວໜ່ວຍລາຄາໂທລະຄົມມະນາຄົມ ແລະ ອິນເຕີເນັດທຽບໃສ່ສາກົນ ອີງຕາມຂໍ້ມູນຂອງເວັບໄຊເກັບກຳຂໍ້ມູນກ່ຽວກັບອັດຕາຄ່າບໍລິການໂທລະສັບມືຖື, ອິນເຕີເນັດຜ່ານລະບົບສາຍແລະໂທລະພາບໃນທົ່ວໂລກ (www.cable.co.uk), ຂໍ້ມູນໃນໄຕມາດ 3 ປີ 2023 ເຫັນວ່າລາວເຮົາຖືກຈັດເປັນປະເທດທີ່ມີອັດຕາລາຄາຄ່າບໍລິການອິນເຕີເນັດຜ່ານມືຖືທີ່ມີລາຄາຖືກເປັນອັນດັບ 2 ຂອງບັນດາປະເທດອາຊຽນແລະ ອັນດັບ 14 ຂອງໂລກ, ນອກຈາກນີ້ອັດຕາລາຄາຄ່າບໍລິການອິນເຕີເນັດຜ່ານລະບົບສາຍຫຼື FTTxຂອງລາວຍັງຈັດອັນດັບທີ 10 ຂອງອາຊຽນແລະອັນດັບທີ່ 47 ໃນທົ່ວໂລກ.
ສໍາລັບການສ້າງຕັ້ງກອງທຶນ ພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ ເເມ່ນອີງໃສ່ ກົດໝາຍວ່າດ້ວຍການໂທລະຄົມມະນາຄົມໄດ້ຮັບການປັບປຸງໃນປີ 2021, ດໍາລັດ ເລກທີ 278 ວ່າດ້ວຍກອງທຶນພັດທະນາຄົມມະນາຄົມ ແລະ ຫັນເປັນດີຈີຕອນ ເເລະ ໃນພາກທີ 7 ມາດຕາ 39 ຂອງກົດຫມາຍຈຸດປະສົງ ເພື່ອສະສົມແລະລະດົມທຶນຈາກພາຍໃນແລະຕ່າງປະເທດນຳໃຊ້ເຂົ້າໃນການຫັນເປັນເສດຖະກິດດີຈີຕອນ, ການຂະຫຍາຍແລະພັດທະນາໂຄງລ່າງພື້ນຖານໂທລະຄົມມະນາຄົມໄປເຖິງຊົນນະບົດເຂດຫ່າງໄກສອກຫຼີກ, ການພັດທະນາຊັບພະຍາກອນມະນຸດ, ລະບົບຖານດິຈິຕອນ ຄວາມປອດໄພຂອງການນຳໃຊ້ເຕັກໂນໂລຊີດິຈິຕອນແລະສົ່ງເສີມການນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ມາດຕາ 40ແຫຼ່ງກອງທຶນ ໄດ້ມາຈາກ ການປະກອບສ່ວນຂອງງົບປະມານແຫ່ງລັດ, ການນໍາໃຊ້ລະບົບຖານດິຈິຕອນ ທີ່ກະຊວງເຕັກໂນໂລຊີແລະການສື່ສານໄດ້ສ້າງຫຼືຮ່ວມສ້າງຂຶ້ນ,ການປະກອບສ່ວນຂອງຜູ້ໃຫ້ບໍລິການໂທລະຄົມມະນາຄົມ, ການຊ່ວຍເຫຼືອແລະ ປະກອບສ່ວນຂອງ ບຸກຄົນ, ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດ, ງົບປະມານຂອງລັດ, ການປະກອບສ່ວນຂອງບຸກຄົນ, ການຫັກເອົາຈາກຄ່າປັບໃໝຕາມລະບຽບການ, ລາຍໄດ້ຈາກການເຄື່ອນໄຫວກິດຈະການໂທລະຄົມມະນາຄົມ, ຄ່ານຳໃຊ້ຊັບພະຍາກອນໂທລະຄົມ, ການເກັບຄ່າທໍານຽມ 1% ຈາກບັນດາຫົວໜ່ວຍທີ່ດໍາເນີນທຸລະກິດໂທລະຄົມ, ໄປສະນີ ເເລະ ດີຈີຕອນ ແລະ ໄດ້ມາຈາກລາຍຮັບອື່ນທີ່ຖືກຕ້ອງຕາມກົດໝາຍ.
ສໍາລັບເເຫລ່ງທືນທີ່ໄດ້ມາ ເເມ່ນ ນໍາໃຊ້ໃນການສ້າງ, ພັດທະນາ ແລະ ບຳລຸງຮັກສາ ໂຄງລ່າງພື້ນຖານໂທລະຄົມມະນາຄົມ ທີ່ຈຳເປັນ ເພື່ອໃຫ້ໄປເຖິງ ເຂດຫ່າງໄກສອກຫຼີກ,ເຂດຍຸດທະສາດ, ຮັບປະກັນຄວາມໝັ້ນຄົງຂອງຊາດແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ;ສ້າງ, ພັດທະນາ ແລະ ບຳລຸງຮັກສາ ລະບົບຄຸ້ມຄອງເຕັກໂນໂລຊີ ແລະ ການສື່ສານ, ແອບພີເຄເຊິນ, ໂຄງລ່າງພື້ນຖານດີຈີຕອນແລະ ລະບົບຖານດີຈີຕອນໃຫ້ມີຄວາມປອດໄພ, ມີຄຸນນະພາບ, ຮັບປະກັນຄວາມໝັ້ນຄົງຂອງຊາດ ແລະ ເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ;ນຳໃຊ້ເຂົ້າໃນການ ສ້າງ, ພັດທະນາ, ບຳລຸງຮັກສາ ແລະ ຄຸ້ມຄອງລະບົບໂທລະຄົມມະນາຄົມ ແລະອິນເຕີເນັດເພື່ອຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມການຕົກລົງເຫັນດີຂອງລັດຖະບານ;ຄົ້ນຄ້ວາສ້າງ ແລະ ປັບປຸງນິຕິກຳ, ສະໜອງອຸປະກອນ ແລະ ສິ່ງອຳນວຍຄວາມສະດວກ ທີ່ຈຳເປັນເຂົ້າໃນການພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນເພື່ອຮອງຮັບໃນການສ້າງ ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນແລະ ສັງຄົມດີຈີຕອນ;ພັດທະນາບຸກຄະລາກອນ ທາງດ້ານໂທລະຄົມມະນາຄົມ ແລະ ດີຈີຕອນໃຫ້ໄດ້ຄຸນນະພາບສູງ ເເລະອື່ນໆ.
ຂໍ້ມູນຈາກ:ລາວໂທລະໂຄ່ງ