13/04/2026
ສະບາຍດີປີໃໝ່ລາວ ພສ 2569 💦🌸
ເນື່ອງໃນໂອກາດສົງການ ຫຼື ປີໃໝ່ລາວນີ້, ພວກເຂົາທີມງານ ຮ້ານຄ້າຈຳລອງ ຄສບ ຂໍຖືໂອກາດນີ້ສົ່ງພອນໄຊອັນປະເສີດມາຍັງລູກຄ້າທີ່ໜ້າຮັກ, ຄູອາຈານ ແລະ ໝູ່ເພື່ອນນັກສຶກສາທຸກໆທ່ານ!
ຂອບໃຈທຸກການສະໜັບສະໜູນ ແລະ ທຸກກຳລັງໃຈທີ່ມີໃຫ້ກັບຮ້ານຈຳລອງນ້ອຍໆຂອງພວກເຮົາຕະຫຼອດມາ. ປີໃໝ່ນີ້ ຂໍໃຫ້ທຸກທ່ານມີແຕ່ຄວາມສຸກ, ສຸຂະພາບແຂງແຮງ (ບໍ່ເຈັບ ບໍ່ໄຂ້ ຈະໄດ້ມາອຸດໜູນກັນຕໍ່ 😉), ຂໍໃຫ້ຮຽນເກັ່ງໆ, ໄດ້ເກຣດ A ທຸກວິຊາ, ແລະ ສົມຫວັງໃນທຸກສິ່ງທີ່ປາຖະໜາເດີ! ໃຜທີ່ກຳລັງຈະເດີນທາງກັບບ້ານ ຫຼື ໄປທ່ຽວໃສ ກໍຂໍໃຫ້ເດີນທາງໂດຍສະຫວັດດີພາບ, ຫຼິ້ນນ້ຳປີໃໝ່ໃຫ້ມ່ວນຊື່ນ ແລະ ປອດໄພ. ຢ່າລືມຮັກສາສຸຂະພາບ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງພວກເຮົາໄວ້ນຳກັນເດີ.
ປີໃໝ່ຟ້າໃໝ່ ຂໍໃຫ້ເຮັງໆ ປັງໆ ກັນທຸກຄົນ! 💋 ແລ້ວກັບມາພົບກັບພວກເຮົາ ຮ້ານຄ້າຈຳລອງ ຄສບ ພ້ອມກັບສິນຄ້າ ແລະ ການບໍລິການດີໆຄືເກົ່າຫຼັງປີໃໝ່ນີ້ເດີ້! 💦✨
#ສະບາຍດີປີໃໝ່ລາວ2569 #ຮ້ານຄ້າຈຳລອງຄສບ #ຄະນະເສດຖະສາດແລະບໍລິຫານທຸລະກິດ #ມະຫາວິທະຍາໄລແຫ່ງຊາດ