Phou Sam Tea & Smart Food - ຊາ ພູຊໍາ

Phou Sam Tea & Smart Food - ຊາ ພູຊໍາ PHOU SAM is committed to sustainable development that preserves cultural heritage while creating economic opportunities for Houaphanh communities.

By connecting traditional producers with global markets.

ເຕີມຄວາມສົດຊື່ນ ແລະ ຄຸນຄ່າສຸຂະພາບໃຫ້ຮ່າງກາຍ ດ້ວຍ "ຊາແດງ ພູຊຳ"! ☕✨ຊາແດງຄຸນນະພາບສູງຈາກແຂວງ ຫົວພັນ ທີ່ຜ່ານການຄັດສັນໃບຊາຢ່າງ...
25/07/2026

ເຕີມຄວາມສົດຊື່ນ ແລະ ຄຸນຄ່າສຸຂະພາບໃຫ້ຮ່າງກາຍ ດ້ວຍ "ຊາແດງ ພູຊຳ"! ☕✨

ຊາແດງຄຸນນະພາບສູງຈາກແຂວງ ຫົວພັນ ທີ່ຜ່ານການຄັດສັນໃບຊາຢ່າງພິຖີພິຖັນ:
✅ ອຸດົມໄປດ້ວຍໂພຊະນາການດີໆ ຊ່ວຍດູແລສຸຂະພາບຈາກ ຊາ ພູສູງ
✅ ຄວາມສົດໃໝ່ ແລະ ກິ່ນຫອມເປັນເອກະລັກ ດື່ມແລ້ວຮູ້ສຶກຜ່ອນຄາຍ ສົດຊື່ນຕະຫຼອດວັນ.
✅ ມີທັງ ສູດພິເສດ ແລະ ສູດແບບດັ້ງເດີມ ໃຫ້ເລືອກຕາມຄວາມມັກໄດ້.
ໃຫ້ຊາແດງ ພູຊຳ ເປັນເພື່ອນຄູ່ໃຈ, ດູແລສຸຂະພາບ ເວລາພັກຜ່ອນຂອງທ່ານໄດ້
📦 ສັ່ງຊື້ໄດ້ແລ້ວມື້ນີ້ ພ້ອມຈັດສົ່ງທົ່ວປະເທດ!
----------------ສຳນັກງານໃຫຍ່ຂອງພວກເຮົາ--------------
ບໍລິສັດ ພູຊໍາ ສະມາດຟູດ ຈຳກັດຜູ້ດຽວ
📍 ທີ່ຢູ່: ຖະໜົນ, ນາທອງ (ສະໜາມບິນນາທອງ), ເມືອງ ຊໍາເໜືອ, ແຂວງ ຫົວພັນ, ສ ປປ ລາວ
📞 ໂທລະສັບ: +856 20 97292179 / +856 20 92247979
📧 ອີເມວ: [email protected]
ຕິດຕາມພວກເຮົາ
ອັບເດດຂໍ້ມູນລ່າສຸດກ່ຽວກັບຜະລິດຕະພັນ, ໂປຣໂມຊັນ ແລະ ເລື່ອງລາວຊຸມຊົນຂອງພວກເຮົາ:
• ຕິດຕໍ່ໄດ້: https://wa.me/message/AYKU6SKKWKQ4F1
ເວັບໄຊ: https://phousam.com/en

21/07/2026

ຊົງ ຊາ ພູຊໍາ ດື່ມຜ່ອນຄາຍ
ຊາ ພູຊໍາເປັນຊາທຳມະຊາດ ສູດພິເສດຈາກຊໍາເໜືອ ມີລົດຊາດເປັນເອກະລັກ
- ດີຕໍ່ລະບົບຫາຍໃຈ
- ລະບົບເລືອດໄຫຼວຽນໄດ້ດີ
- ດີຕໍ່ຮ່າງກາຍ ເມື່ອດື່ມປະສົມກັບໝາກໜາວ

#ຊາພູຊໍາ #ສຄອແຂວງຫົວພັນ #ສົ່ງເສີມຜະລິດຕະພັນລາວ

15/07/2026

ປ່ຽນຈາກການດື່ມຊາທຳມະດາ, ໃຫ້ເປັນການບຳລຸງຮ່າງກາຍ:
✨ ຊ່ວຍໃຫ້ສະໝອງປອດໂປ່ງ
✨ ເພີ່ມພະລັງຄວາມສົດຊື່ນຕະຫຼອດມື້
✨ ປອດໄພ 100% ຈາກທຳມະຊາ
#ຊໍາເໜືອ #ແຂວງຫົວພັນ #ຊາພູຊໍາ #ຜ່ອນຄາຍ

ເປັນກຳລັງໃຈໃຫ້ກັບຮີໂຣ້ຂອງພວກເຮົາ! 🍵💪ຊາ ພູຊໍາ  (Phou Sam)  ຂໍມອບຊາຈຳນວນໜຶ່ງ ເພື່ອເປັນກຳລັງໃຈ ແລະ ແທນຄຳຂອບໃຈໃຫ້ແກ່ອ້າຍນ້ອງ...
15/07/2026

ເປັນກຳລັງໃຈໃຫ້ກັບຮີໂຣ້ຂອງພວກເຮົາ! 🍵💪

ຊາ ພູຊໍາ (Phou Sam) ຂໍມອບຊາຈຳນວນໜຶ່ງ ເພື່ອເປັນກຳລັງໃຈ ແລະ ແທນຄຳຂອບໃຈໃຫ້ແກ່ອ້າຍນ້ອງພະນັກງານເກັບກູ້ລະເບີດ (UXO) ທີ່ໄດ້ທຸ່ມເທເຫື່ອແຮງ ແລະ ເສຍສະຫຼະເພື່ອຄວາມປອດໄພຂອງຊຸມຊົນ. ຂໍຂອບໃຈໃນຄວາມເສຍສະຫຼະຂອງພວກທ່ານຢ່າງສຸດຊຶ້ງ! 🙏🇱🇦
#ຊາພູຊໍາ #ສະໜັບສະໜູນUXO #ຂໍຂອບໃຈ

29/05/2026

ຈາກເຂດພູສູງແຂວງ ຫົວພັນ - ສປປ ລາວ, ພວກເຮົານຳເອົາລົດຊາດຊາບໍລິສຸດຈາກທຳມະຊາດ ແລະ ເລື່ອງລາວຂອງບໍລິສັດເຮົາທີ່ມີຈຸດໝາຍຄືການພັດທະນາແບບຍືນຍົງ.
ວິດີໂອນີ້ບໍ່ແມ່ນພຽງແຕ່ແນະນຳຊາ ພູຊຳ ເທົ່ານັ້ນ, ແຕ່ເປັນການເດີນທາງຂອງຄົນຮຸ່ນໃໝ່ທີ່ຢາກສ້າງວຽກເຮັດງານທຳໃຫ້ຊຸມຊົນ ແລະ ນຳສິນຄ້າລາວໄປສູ່ສາກົນ. 🍃
ຂອບໃຈທຸກການສະໜັບສະໜູນທີ່ມີໃຫ້ Phou Sam Smart Food.“ຮ່ວມກັນເຕີບໃຫຍ່ແບບຍືນຍົງ ແລະ ພ້ອມສົ່ງເສີມສິນຄ້າລາວກັນກ້າວໄປຂ້າງໜ້າ 🇱🇦✨
🌿 Từ những ngọn núi cao của Houaphanh – Lào, chúng tôi mang đến hương vị trà nguyên chất và câu chuyện của công ty hướng về sự phát triển bền vững.
Hôm nay chúng tôi có một video tuyệt vời. Video không chỉ giới thiệu về trà Phou Sam, mà còn là hành trình của những người trẻ mong muốn tạo việc làm cho cộng đồng địa phương và đưa nông sản Lào vươn xa hơn. 🍃
Cảm ơn mọi người đã luôn đồng hành cùng Phou Sam Smart Food.“Cùng nhau phát triển bền vững và tiến về phía trước một cách thông minh.” 🇱🇦✨
_________________________
ສຳນັກງານໃຫຍ່ຂອງພວກເຮົາ
ບໍລິສັດ ພູຊໍາ ສະມາດຟູດ ຈຳກັດຜູ້ດຽວ
📍 ທີ່ຢູ່: ຖະໜົນ, ນາທອງ (ສະໜາມບິນນາທອງ), ເມືອງ ຊໍາເໜືອ, ແຂວງ ຫົວພັນ, ສ ປປ ລາວ
📞 ໂທລະສັບ: +856 20 97292179 / +856 20 92247979
📧 ອີເມວ: [email protected]
ຕິດຕາມພວກເຮົາ
ອັບເດດຂໍ້ມູນລ່າສຸດກ່ຽວກັບຜະລິດຕະພັນ, ໂປຣໂມຊັນ ແລະ ເລື່ອງລາວຊຸມຊົນຂອງພວກເຮົາ:
• ຕິດຕໍ່ໄດ້: https://wa.me/message/AYKU6SKKWKQ4F1

ແຈກສູດໆ 🥳ດື່ມຊາແບບໃດໃຫ້ໄດ້ທັງສຸຂະພາບທີ່ດີ ແລະ ຄວາມສົດຊື່ນນນ🧊ຄາຍຮ້ອນ ກັບ ອາກາດແບບນີ້….🥵ຊາພູຊຳ ສູດນ້ຳເຜີ້ງ-ໝາກນາວ-ປົນໂຊດາເ...
17/05/2026

ແຈກສູດໆ 🥳
ດື່ມຊາແບບໃດໃຫ້ໄດ້ທັງສຸຂະພາບທີ່ດີ ແລະ ຄວາມສົດຊື່ນນນ🧊ຄາຍຮ້ອນ ກັບ ອາກາດແບບນີ້….🥵
ຊາພູຊຳ ສູດນ້ຳເຜີ້ງ-ໝາກນາວ-ປົນໂຊດາເຢັນໆ ດື່ມແລ້ວສົດຊື່ນສຸດໆ
❄️😋
ກຽມພົບກັນງານວາງສະແດງສິນຄ້າເຄື່ອງປ່າຂອງດົງ ໃນວັນທີ 18 ຫາ 22 ເດືອນນີ້ ທີ່ສວນແກ້ວຫລັກເມືອງ ເມືອງຊຳເໜືອ ແຂວງຫົວພັນ
🌳📍

01/05/2026

ມາແລ້ວວວວວ ຜູ້ໂຊກດີທີ່ໄດ້ຮ່ວມກິດຈະກຳນຳທາງພວກເຮົາ🥳🥳 3 ຄົນທີ່ໄດ້ຮັບລາງວັນຈາກພວກເຮົາໄດ້ແກ່:
ລາງວັນທີ່ 1 : Ali Changxayjerxong
ລາງວັນທີ່ 2 : Tong Saaythoong
ລາງວັນທີ່ 3 : Det Vpy
🤩 ທາງເຮົາຈະຕິດຕໍ່ໄປເດິ ຂອບໃຈທຸກຄົນທີ່ມາຮ່ວມກິດຈະກຳນຳທາງພວກເຮົາ ( ສຳລັບໃຜທີ່ບໍທັນໂຊກດີ ແມ່ນລໍຖ້າກິດຈະກຳໜ້ານຳພວກເຮົາເດິ ມາຫລີ້ນນຳກັນອີກເດິ🤗 )

"ປະເທດຊາດໜຶ່ງອາດຈະສາມາດຜ່ານຜ່າຄວາມທຸກທໍລະມານ, ການສູນເສຍ ໃນສົງຄາມໄດ້.... ແຕ່ບໍ່ມີທາງຈະຍອມຈຳນົນຕໍ່ສັດຕູຜູ້ຮຸກຮານ ເພື່ອສັນຕ...
30/04/2026

"ປະເທດຊາດໜຶ່ງອາດຈະສາມາດຜ່ານຜ່າຄວາມທຸກທໍລະມານ, ການສູນເສຍ ໃນສົງຄາມໄດ້.... ແຕ່ບໍ່ມີທາງຈະຍອມຈຳນົນຕໍ່ສັດຕູຜູ້ຮຸກຮານ ເພື່ອສັນຕິພາບ ແລະ ຄວາມເປັນເອກະລາດແຫ່ງຊາດ”

ວັນທີ 30 ເມສາ 1975, ເປັນວັນສຳຄັນທາງປະຫວັດສາດທີ່ຍິ່ງໃຫຍ່ຂອງຫວຽດນາມ - ວັນປົດປ່ອຍພາກໃຕ້ ແລະ ເຕົ່າໂຮມປະເທດໃຫ້ເປັນປຶກແຜ່ນອີກຄັ້ງ. ຫຼັງຈາກການຕໍ່ສູ້ທີ່ຍາກລຳບາກຫຼາຍປີ, ກອງທັບ ແລະ ປະຊາຊົນຫວຽດນາມໄດ້ຮັບໄຊຊະນະຢ່າງສົມບູນໃນບັ້ນຮົບປະຫວັດສາດຢຶດເອົາໄຊກອນ(ນະຄອນໂຮ່ຈິມິນ)ກັບຄືນໃຫ້ປະຊາຊົນຫວຽດນາມ. ຊ່ວງເວລາທີ່ທຸງໄຊຊະນະປິວຢູ່ເທິງພະລາຊະວັງເອກະລາດໝາຍເຖິງການສິ້ນສຸດສົງຄາມ ແລະ ການເລີ່ມຕົ້ນຂອງຍຸກສະໄໝແຫ່ງສັນຕິພາບ, ເອກະລາດ, ແລະ ການລວມຊາດເປັນໜຶ່ງຄືນໃໝ່ຂອງປະຊາຊົນຫວຽດນາມ.

ມື້ນີ້, ໃນວັນຄົບຮອບ 51 ປີ ຂອງການປົດປ່ອຍພາກໃຕ້ (30 ເມສາ 1975 – 30 ເມສາ 2026), ບໍລິສັດ Phou Sam Smart Food ຂໍສົ່ງຄວາມເຄົາລົບ ແລະ ຊົມເຊີຍມາຍັງປະເທດອ້າຍນ້ອງຫວຽດນາມ - ປະເທດທີ່ອົງອາດກ້າຫານ, ບໍ່ຍອມແພ້, ແລະ ເຕັມໄປດ້ວຍນໍ້າໃຈຮັກຊາດ.
ຂໍໃຫ້ຄວາມສຳພັນພິເສດ ຫວຽດນາມ-ລາວ🇱🇦❤️🇻🇳 ໝັ້ນຢືນຕະຫຼອດໄປ.

“Một dân tộc có thể trải qua chiến tranh, mất mát và đau thương… nhưng không bao giờ khuất phục khát vọng hòa bình và độc lập.”
Ngày 30/4/1975 là dấu mốc lịch sử vĩ đại của Việt Nam — ngày Giải phóng miền Nam, thống nhất đất nước. Sau nhiều năm chiến đấu đầy gian khổ, quân và dân Việt Nam đã giành thắng lợi hoàn toàn trong Chiến dịch Hồ Chí Minh lịch sử. Khoảnh khắc lá cờ chiến thắng tung bay trên Dinh Độc Lập đã khép lại chiến tranh, mở ra kỷ nguyên hòa bình, độc lập và đoàn tụ cho dân tộc Việt Nam.
Hôm nay, nhân kỷ niệm 51 năm ngày Giải phóng miền Nam (30/4/1975 – 30/4/2026), tôi xin gửi sự tôn trọng và chúc mừng tới đất nước Việt Nam anh em — một dân tộc kiên cường, bất khuất và giàu lòng yêu nước.
Tự hào về tình hữu nghị Việt Nam – Lào 🇱🇦❤️🇻🇳
================🍃🇱🇦❤️🇻🇳===============
ສຳນັກງານໃຫຍ່ຂອງພວກເຮົາ
ບໍລິສັດ ພູຊໍາ ສະມາດຟູດ ຈຳກັດຜູ້ດຽວ
📍 ທີ່ຢູ່: ຖະໜົນ, ນາທອງ (ສະໜາມບິນນາທອງ), ເມືອງ ຊໍາເໜືອ, ແຂວງ ຫົວພັນ, ສ ປປ ລາວ
📞 ໂທລະສັບ: +856 20 97292179 / +856 20 92247979
📧 ອີເມວ: [email protected]
ຕິດຕາມພວກເຮົາ
ອັບເດດຂໍ້ມູນລ່າສຸດກ່ຽວກັບຜະລິດຕະພັນ, ໂປຣໂມຊັນ ແລະ ເລື່ອງລາວຊຸມຊົນຂອງພວກເຮົາ:
• ຕິດຕໍ່ໄດ້: https://wa.me/message/AYKU6SKKWKQ4F1

Mini Game 30/4 ກັບ PHOU SAM 🇱🇦🇻🇳🎁ຕອບຖືກ ມີລຸ້ນຮັບ1.ຊາ PHOU SAM ລົດດັ້ງເດີມ (ກ່ອງສີຂຽວ) + 100.000 ກີບ2.ເງິນ 100.000 ກີບ3....
29/04/2026

Mini Game 30/4 ກັບ PHOU SAM 🇱🇦🇻🇳
🎁ຕອບຖືກ ມີລຸ້ນຮັບ
1.ຊາ PHOU SAM ລົດດັ້ງເດີມ (ກ່ອງສີຂຽວ) + 100.000 ກີບ
2.ເງິນ 100.000 ກີບ
3.ເງິນ 80.000 ກິບ

❓ຄຳຖາມ:
ວັນທີ 30/4/1975 ຂອງຫວຽດນາມ ໝາຍເຖິງຫຍັງ?

A. ວັນເອກະລາດ
B. ວັນປົດປ່ອຍພາກໃຕ້ ແລະ ຮວມປະເທດ
C. ວັນແຮງງານ
D. ວັນກໍຕັ້ງປະເທດ

📌 ກົດກະຕິກາ
✔ Like + Follow Facebook: PHOUSAM
✔ Share post ນີ້
✔ Comment ຄຳຕອບ

🎉 Mini Game 30/4 cùng PHOU SAM 🇱🇦🇻🇳

🎁Trả lời đúng có cơ hội nhận
1.Trà PHOU SAM vị truyền thống (hộp màu xanh) + 100.000 (Kip)
2.Tiền 100.000 (Kip)
3.Tiền 80.000 (Kip)

❓Câu hỏi:
Ngày 30/4/1975 của Việt Nam có ý nghĩa gì?

A. Ngày Quốc khánh
B. Ngày Giải phóng miền Nam, thống nhất đất nước
C. Ngày Quốc tế Lao động
D. Ngày thành lập nước

📌 Thể lệ
✔ Like + Follow Facebook: PHOUSAM
✔ Share bài viết
✔ Comment đáp án
----------------------------‐-🇻🇳🇱🇦🇻🇳🇱🇦-------------------------------
ສຳນັກງານໃຫຍ່ຂອງພວກເຮົາ
ບໍລິສັດ ພູຊໍາ ສະມາດຟູດ ຈຳກັດຜູ້ດຽວ
📍 ທີ່ຢູ່: ຖະໜົນ, ນາທອງ (ສະໜາມບິນນາທອງ), ເມືອງ ຊໍາເໜືອ, ແຂວງ ຫົວພັນ, ສ ປປ ລາວ
📞 ໂທລະສັບ: +856 20 97292179 / +856 20 92247979
📧 ອີເມວ: [email protected]
ຕິດຕາມພວກເຮົາ
ອັບເດດຂໍ້ມູນລ່າສຸດກ່ຽວກັບຜະລິດຕະພັນ, ໂປຣໂມຊັນ ແລະ ເລື່ອງລາວຊຸມຊົນຂອງພວກເຮົາ:
• ຕິດຕໍ່ໄດ້: https://wa.me/message/AYKU6SKKWKQ4F1

ຈອກຊາ ທີ່ແພງທີ່ສຸດໃນຊີວິດ, ແຮງບັນດານໃຈຂອງ ພູຊໍາ ໃນມື້ທີ່ທ້ອງຟ້າສົດໃສ ແລະ ເຕັມໄປດ້ວຍສຽງຫົວແຫ່ງຄວາມດີໃຈຂອງໝູ່ເພື່ອນ ຫຼັງຈາ...
27/04/2026

ຈອກຊາ ທີ່ແພງທີ່ສຸດໃນຊີວິດ, ແຮງບັນດານໃຈຂອງ ພູຊໍາ

ໃນມື້ທີ່ທ້ອງຟ້າສົດໃສ ແລະ ເຕັມໄປດ້ວຍສຽງຫົວແຫ່ງຄວາມດີໃຈຂອງໝູ່ເພື່ອນ ຫຼັງຈາກສຳເລັດການສອບເສັງຈົບຊັ້ນມັດທະຍົມຕອນປາຍ (ມ.7), ທຸກຄົນຕ່າງກໍມີຄວາມຝັນທີ່ຊັດເຈນ. ບາງຄົນຢາກເປັນຕຳຫຼວດ, ທະຫານ ຫຼື ແພດ ເຊິ່ງເປັນອາຊີບຍອດນິຍົມ. ແຕ່ຕັດພາບມາທີ່ຂ້າພະເຈົ້າ, ໃນຫົວພັດວ່າງເປົ່າ... ຂ້າພະເຈົ້າບໍ່ຮູ້ວ່າຈະຍ່າງໄປທາງໃດ, ຮຽນຕໍ່ເພື່ອຫຍັງ, ແລະ ອະນາຄົດຈະເປັນແນວໃດ. ຄວາມຝັນດຽວທີ່ມີໃນຕອນນັ້ນຄື "ຢາກເປັນນັກເວົ້າສ້າງແຮງບັນດານໃຈ" ແຕ່ມັນຊ່າງເບິ່ງຫ່າງໄກຈາກຄວາມເປັນຈິງເຫຼືອເກີນ.

ເງິນໃບສຸດທ້າຍ ກັບ ການຕັດສິນໃຈທີ່ປ່ຽນຊີວິດ
ໃນຂະນະທີ່ໝູ່ເພື່ອນພາກັນໄປສະຫຼອງຄວາມສຳເລັດ, ຂ້າພະເຈົ້າເລືອກທີ່ຈະແຍກຕົວອອກມາ ພ້ອມກັບລົດຈັກເວບ 100 ຄູ່ໃຈຄັນເກົ່າໆ. ໃນກະເປົ໋າມີເງິນພຽງ 20,000 ກີບ ມັນແມ່ນເງິນໃບສຸດທ້າຍຂອງມື້ປິດສົກຮຽນ.

ດ້ວຍຄວາມຢາກຮູ້ຢາກເຫັນ ແລະ ຢາກລອງສຳຜັດບັນຍາກາດທີ່ບໍ່ເຄີຍໄດ້ສຳຜັດ, ຂ້າພະເຈົ້າຕັດສິນໃຈຍ່າງເຂົ້າຮ້ານກາເຟເປັນຄັ້ງທຳອິດໃນຊີວິດ. ໃນຖານະເດັກບ້ານນອກຄົນໜຶ່ງ, ສຽງເຄື່ອງຊົງກາເຟທີ່ດັງກ້ອງ ແລະ ຄວາມເຢັນຂອງແອພາຍໃນຮ້ານ ມັນເຮັດໃຫ້ຮູ້ສຶກຄືກັບຢູ່ຄົນລະໂລກກັນເລີຍ !

ບົດຮຽນລາຄາແພງຈາກ "ແຈຮ້ານ"
ຂ້າພະເຈົ້ານັ່ງລີ້ຢູ່ແຈຮ້ານດ້ວຍຄວາມປະໝ່າ ແລະ ລະອາຍໃຈ ເມື່ອເຫັນກຸ່ມຄົນທີ່ນຸ່ງຊຸດສາກົນ, ມີລາສີ, ເບິ່ງມີຖານະ ຍ່າງເຂົ້າມານັ່ງໃກ້ໆ. ແຕ່ແລ້ວ, ສິ່ງທີ່ພວກເຂົາລົມກັນພັດດຶງດູດຄວາມສົນໃຈຂອງຂ້າພະເຈົ້າຢ່າງປະຫຼາດໃຈ:
- ການວາງແຜນທຸລະກິດ: ວິທີການເລີ່ມຕົ້ນ ແລະ ການບໍລິຫານ
- ການຊອກຫາແຫຼ່ງທຶນ: ເທັກນິກການເຈລະຈາ ແລະ ການເຂົ້າຫາຜູ້ໃຫຍ່.
- ວິໄສທັດ: ສິ່ງທີ່ໂຮງຮຽນບໍ່ເຄີຍສອນ, ແຕ່ພວກເຂົາກຳລັງຖ່າຍທອດຜ່ານບົດສົນທະນາ.
ໃນວິນາທີນັ້ນ, ໂລກກະທັດທັງໃບຂອງຂ້າພະເຈົ້າກໍປ່ຽນໄປ. ຊາ ຈອກນັ້ນບໍ່ໄດ້ມີພຽງລົດຊາດຂົມຂອງໃບຊາ, ແຕ່ມັນຄືລົດຊາດຂອງ "ໂອກາດ".

ຈາກຈອກຊາ ສູ່ການປ່ຽນແປງທີ່ແທ້ຈິງ
ຫຼັງຈາກມື້ນັ້ນ, ຂ້າພະເຈົ້າເລີ່ມຊອກຫາປຶ້ມ "ເງິນ 4 ດ້ານ" ແລະ "ພໍ່ລວຍສອນລູກ" ມາອ່ານຕາມແນວທາງທີ່ໄດ້ຍິນມາ. ຊີວິດຂອງຂ້າພະເຈົ້າເລີ່ມມີເຂັມທິດ:
1. ການເງິນ: ເລີ່ມຮູ້ຈັກຈັດການລາຍຮັບ-ລາຍຈ່າຍ ເຮັດໃຫ້ຊີວິດຫຼຸດພົ້ນຈາກຄວາມຂັດສົນເທື່ອລະກ້າວ ເລີ່ມຄິດເຖີງການລົງທຶນ.
2. ເປົ້າໝາຍ: ຂ້າພະເຈົ້າຄົ້ນພົບຄຳຕອບວ່າ "ຈະຮຽນຕໍ່ຫຍັງ" ແລະ "ເຮັດເພື່ອໃຜ".
3. ທັດສະນະຄະຕິ: ຄວາມກ້າທີ່ຈະຮຽນຮູ້ຈາກຄົນທີ່ເກັ່ງກວ່າ.

"ຊາ ຈອກນັ້ນລາຄາພຽງ 20,000 ກີບ, ແຕ່ຄວາມຮູ້ ແລະ ຈຸດປ່ຽນທີ່ມັນມອບໃຫ້... ມັນມີຄ່າແພງມະຫາສານຈົນບໍ່ສາມາດຕີລາຄາໄດ້."

ຂອບໃຈເງິນ 20,000 ກີບ ໃບນັ້ນ ທີ່ເຮັດໃຫ້ຂ້າພະເຈົ້າມີວັນນີ້.

ຮູບພາບປະກອບ: ຖ່າຍຈາກຜູ້ຂຽນເອງ
#ຊາລາວ #ພູຊໍາ #ລາວ

Address

Vientiane
Vientiane
07000

Telephone

+8562097292179

Website

Alerts

Be the first to know and let us send you an email when Phou Sam Tea & Smart Food - ຊາ ພູຊໍາ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Phou Sam Tea & Smart Food - ຊາ ພູຊໍາ:

Shortcuts

Share

Category