16/09/2025
🌟 ວັດແຊກົງຫມິວ (Che Kung Temple) 🌟
ເປັນວັດທີ່ມີຊື່ສຽງໃນຮ່ອງກົງ ຕັ້ງຢູ່ເຂດ ຊາຕິນ (Sha Tin) ທີ່ຊາວຮ່ອງກົງ ແລະ ນັກທ່ອງທ່ຽວນິຍົມໄປກາບໄຫວ້ ໂດຍສະເພາະເລື່ອງ ໂຊກລາບ, ສຸຂະພາບ ແລະ ການປົກປ້ອງຄຸ້ມຄອງ
🔸 ຈຸດເດັ່ນຂອງວັດ ຄື ອົງທ່ານແຊກົງ (ຂຸນນາງຜູ້ກ້າຫານໃນສະໄໝລາຊະວົງຊົ່ງ) ທີ່ປະຊາຊົນເຊື່ອຖືວ່າ ເປັນຜູ້ປົກປ້ອງປະຊາຊົນ ແລະ ປັດເປົ່າໂລກລະບາດ.
🔸 ອີກໜຶ່ງສັນຍາລັກທີ່ສຳຄັນ ຄື ກັງຫັນນຳໂຊກ ຊຶ່ງມີຄວາມເຊື່ອວ່າ ການຫມຸນກັງຫັນຈະຊ່ວຍ ປ່ຽນຊະຕາກຳ ໃຫ້ດີຂຶ້ນ ເພີ່ມໂຊກລາບ ແລະ ປັດເປົ່າເຄາະຮ້າຍ
✨ ບັນຍາກາດໃນວັດເຕັມໄປດ້ວຍຄວາມສັດທາ ກິ່ນຄວັນທູບ ແລະ ສຽງສວດ ເຮັດໃຫ້ຮູ້ສຶກສະຫງົບ ແລະ ເຕັມໄປດ້ວຍພະລັງງານສັກສິດ.
⸻
🌆 ນອກຈາກວັດແຊກົງຫມິວ ເມືອງຊາຕິນຍັງມີແຫຼ່ງທ່ອງທ່ຽວອື່ນ:
• 🏮 ວັດພຸດທະຮູບ 10,000 ອົງ (Ten Thousand Buddhas Monastery) (ສ່ວນໂຕພອຍຢາກໄປແຕ່ຍັງບໍ່ມີໂອກາດໄດ້ໄປເທື່ອ ເຄີຍແຕ່ກາຍ😅)
• 🛍️ ຫ້າງ New Town Plaza (ແຫຼ່ງຊັອບປິ້ງຂະໜາດໃຫຍ່ ຂອງແຟຊັ້ນຄົບຖືກໃຈສາຍຊັອບ🤩)
• 🚴♀️ ບັນຍາກາດຊິວໆ ຕາມແມ່ນ້ຳ Shing Mun River ເໝາະສຳລັບການປັ່ນລົດຖີບ ຫຼື ຍ່າງຫຼິ້ນ
👉 ຖ້າມີໂອກາດໄປຮ່ອງກົງ ຢ່າລືມໄປກາບໄຫວ້ ວັດແຊກົງຫມິວ ເພື່ອສຳຜັດພະລັງງານສັກສິດ ແລະ ຫມຸນກັງຫັນເສີມສິລິມົງຄຸນໃຫ້ຊີວິດ 🙏✨