15/09/2026
ຫຼວງພະບາງ ເລັ່ງສະກັດກັ້ນການເຄື່ອນຍ້າຍໝູ ຫຼັງພົບໝູຕາຍເກືອບ 1,000 ໂຕ
ຕອນບ່າຍວັນທີ່ 15 ກັນຍາ 2026 ນີ້ ທ່ານ ສົມແວວເພັດ ດວງປະສິດ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ມາຮອດວັນທີ່ 14 ກັນຍາ 2026 ນີ້ ແຂວງຫຼວງພະບາງ ກວດພົບກໍລະນີສົງໄສພະຍາດອະຫິວາໝູອາຟຣິກາ ໃນ 3 ເມືອງ ລວມມີ 7 ບ້ານ, 125 ຄອບຄົວ, ພົບເຫັນໝູຕາຍເບື້ອງຕົ້ນ 700 ກວ່າໂຕ, ສ້າງຄວາມເສຍຫາຍຫຼາຍກວ່າ 1 ຕື້ 130 ລ້ານກີບ, ໃນນັ້ນ ກວດພົບຢູ່ເມືອງວຽງຄຳ ມີ 3 ບ້ານ, 52 ຄອບຄົວ, ມີໝູຕາຍ 276 ໂຕ, ມູນຄ່າເສຍຫາຍຫຼາຍກວ່າ 550 ລ້ານກີບ, ເມືອງນານ ມີ 2 ບ້ານ 36 ຄອບຄົວ, ມີໝູຕາຍ 78 ໂຕ ມູນຄ່າເສຍຫາຍ 156 ລ້ານກີບ, ເມືອງຈອມເພັດ ມີ 2 ບ້ານ 40 ຄອບຄົວ ມີໝູຕາຍ 355 ໂຕ ມູນຄ່າເສຍຫາຍ 422 ລ້ານກີບ ແລະໃນວັນທີ່ 15 ກັນຍານີ້ ໄດ້ຮັບການລາຍງານໃໝ່ເກີດຂື້ນໃນບາງຟາມຢູ່ເມືອງປາກອູ ມີໝູຕາຍໃນວັນທີ່ 14 ກັນຍາ ຈຳນວນ 100 ກວ່າໂຕ, ລວມແລ້ວມີໝູຕາຍເກືອບ 1,000 ໂຕ, ປັດຈຸບັນຄະນະນຳພະແນກ ໄດ້ເລັ່ງຊີ້ນຳວິຊາການໃຫ້ສົມທົບກັບທຸກພາກສ່ວນ ເພື່ອສະກັດກັ້ນ ການເຄື່ອນຍ້າຍໝູນັບທັງພາຍໃນ ແລະຕ່າງແຂວງ-ຕ່າງປະເທດ, ທັງໄດ້ເລັ່ງທຳລາຍໝູທີ່ຕາຍ ເພື່ອບໍ່ໃຫ້ນຳມາຂາຍ ແລະບໍລິໂພກໃນສັງຄົມ, ພ້ອມນັ້ນ ໄດ້ສົ່ງຊີ້ນສ່ວນໝູຕາຍໄປວິໄຈກາເຊື້ອພະຍາດ, ທັງໄດ້ຊີ້ນຳໃຫ້ບັນດາໂຮງຂ້າສັດ ໄດ້ຈັດຕັ້ງການກວດກາຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ມີການນຳສັດທີ່ຕາຍມາຄົວ ໂດຍສະເພາະໝູທີ່ມີອາການ, ຮັບປະກັນບໍ່ໃຫ້ເກີດການແຜ່ລະບາດເປັນວົງກວ້າງ. ທ່ານ ສົມແວວເພັດ ດວງປະສິດ ກ່າວຕື່ມວ່າ: ໃນໄລຍະນີ້ ຂໍຮຽກຮ້ອງໃຫ້ທຸກຄົນທົ່ວສັງຄົມ ເປັນເຈົ້າການຊ່ວຍກັນໃນການສະກັດກັ້ນ ການເຄື່ອນຍ້າຍໝູ, ຫຼີກລ້ຽງການບໍລິໂພກຊີ້ນໝູ ເຖີງວ່າພະຍາດອະຫິວາໝູອາຟຣິກາ ຈະບໍ່ມີຜົນກະທົບໂດຍກົງຕໍ່ຄົນກໍ່ຕາມ. ສ່ວນຊາວກະສິກອນຜູ້ລ້ຽງໝູ ຕ້ອງເອົາໃຈໃສ່ເປັນພິເສດ ເປັນຕົ້ນຊີດຢາຂ້າເຊື້ອເປັນປະຈຳ ກໍລະນີພົບເຫັນໝູຕາຍ ຫຼື ມີອາການ ໃຫ້ຮີບຮ້ອນລາຍງານຕໍ່ເຈົ້າໜ້າທີ່ຂະແໜງລ້ຽງສັດ ຂອງແຂວງ, ເມືອງ-ນະຄອນ ຢ່າງຮີບດ່ວນ ເພື່ອດຳເນີນການທຳລາຍ ແລະຂ້າເຊື້ໃຫ້ຖືກວິທີ, ຫາກບໍ່ມີການທຳລາຍຢ່າງຖືກຕ້ອງ ຈະເຮັດໃຫ້ເກີດການລະບາດໄດ້ງ່າຍ ເພາະເຊື້ອພະຍາດອະຫິວາໝູອາຟຣິກາ ມີອັດຕາການແຜ່ເຊື້ອໃນວົງລັດສະໝູ 25 ກິໂລແມັດ.
ພະຍາດອະຫິວາໝູອາຟຣິກາ ແມ່ນພະຍາດຕິດເຊື້ອຮ້າຍແຮງທີ່ເກີດກັບໝູບ້ານ ແລະໝູປ່າ ໂດຍມີສາເຫດຈາກເຊື້ອໄວຣັສ, ສາມາດລະບາດໄດ້ຢ່າງວ່ອງໄວ ແລະສ້າງຄວາມເສຍຫາຍຢ່າງຫລວງຫລາຍຕໍ່ການລ້ຽງໝູ ແລະອຸດສາຫະກຳການຜະລິດສັດ. ສຳລັບໝູທີ່ຕິດເຊື້ອອາດມີໄຂ້ສູງ, ບໍ່ກິນອາຫານ, ອ່ອນເພຍ, ຜິວໜັງອອກສີແດງ ຫລື ສີຄ້ຳ, ມີອາການຫາຍໃຈຍາກ, ຖອກທ້ອງ ແລະອາດຕາຍໄດ້ຢ່າງວ່ອງໄວ, ສາມາດແຜ່ຈາກໝູທີ່ຕິດເຊື້ອສູ່ໝູຕົວອື່ນ ໂດຍຜ່ານການສຳຜັດ, ເລືອດ, ຊາກສັດ ແລະອຸປະກອນທີ່ປົນເປື້ອນ, ປັດຈຸບັນບໍ່ທັນມີຢາປີ່ນປົວ, ມີພຽງວິທີປ້ອງກັນ ຕາມຫຼັກການສຸຂະອະນາໄມ ແລະຈຳກັດການເຄື່ອນຍ້າຍ, ການເຂົ້າອອກຂອງຄົນໃນສະຖານທີ່ລ້ຽງສັດ.
ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນ ອິດທິພົນ