ບ້ານສວນຟາມ Village Garden Farm

ບ້ານສວນຟາມ Village Garden Farm ແລກປ່ຽນວິທີ່ການປູກຝັງ ການລ້ຽງສັດ ເ?

25/01/2026
25/01/2026

🟢 6 #พืชหัว น่าปลูก พืชหัวใต้ดินนับเป็นอีกหนึ่งอาหารชั้นดีที่ได้รับความนิยมมาช้านาน บางชนิดไม่เพียงกินได้ ยังนำไปใช้ประโยชน์ในหลากหลายอุตสาหกรรม ทั้งยังเป็นพืชส่งออกที่สามารถสร้างรายได้ที่ดีอีกชนิดหนึ่ง
➖➖➖➖➖➖➖➖➖➖
#เกษตรกรก้าวหน้า #พืชหัว #เผือก #มัน #มันเทศ #มันหวานญี่ปุ่น #มันสำปะหลัง #หัวไชเท้า #บุกไข่ #แห้ว #พืชน่าปลูก

16/01/2026

ລະບຽບການປ່ອນບັດເລືອກຕັ້ງ ສສຊ ແລະ ສສຂ

ຂປລ. ໃນໝວດທີ 6, ມາດຕາ 35 ຂອງກົດໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ) ໄດ້ລະບຸກ່ຽວກັບລະບຽບການປ່ອນບັດເລືອກຕັ້ງ ຊຶ່ງປະກອບມີ:
1. ສະຖານທີ່ປ່ອນບັດເລືອກຕັ້ງໃຫ້ຈັດໃສ່ບ່ອນທີ່ເຫັນວ່າເໝາະສົມ, ສະດວກດີ ແລະ ມີຄວາມປອດໄພ ເຊັ່ນ: ໂຮງຮຽນ, ສະໂມສອນ, ວັດ ຫລື ສະຖານທີ່ອື່ນ ໂດຍຈັດເປັນຫ້ອງສະເພາະ ເພື່ອໃຫ້ຜູ້ປ່ອນບັດ ຂີດບັດລົງຄະແນນສຽງເລືອກຕັ້ງ.
2. ການປ່ອນບັດເລອກຕັ້ງສະມາຊິກສະພາ ໃນແຕ່ລະໜ່ວຍເລືອກຕັ້ງ ໃຫ້ມີ 2 ຫີບປ່ອນບັດ ຄື: ຫີບປ່ອນບັດສະມາຊິກສະພາແຫ່ງຊາດ ແລະ ຫີບປ່ອນບັດສະມາຊິກສະພາ ປະ ຊາຊົນຂັ້ນແຂວງ.
3. ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຕ້ອງແນະນໍາ, ເຜີຍແຜ່ລະບຽບການຕ່າງໆ, ວິທີຂີດບັດ ແລະ ວິທີປ່ອນບັດລົງຄະແນນສຽງ ໃຫ້ຜູ້ມີສິດເລືອກຕັ້ງທຸກຄົນເຂົ້າໃຈ.
4. ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ຕ້ອງໄຂຫີບບັດໃຫ້ເຫັນທາງໃນ ໂດຍຊ້ອງໜ້າຜູ້ມີສິດເລືອກຕັ້ງກ່ອນການປ່ອນບັດ.
5. ຜູ້ມີສິດເລືອກຕັ້ງ ຕ້ອງສະເໜີຕົວ ແລະ ແຈ້ງບັດຢັ້ງຢືນຕໍ່ຄະນະຮັບ ຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ເພື່ອຮັບເອົາບັດລົງຄະແນນສຽງ ທັງ 2 ຫີບບັດ.
6. ຜູ້ມີສິດເລືອກຕັ້ງ ທີ່ບໍ່ຮູ້ໜັງສື ຊຶ່ງບໍ່ສາມາດຂີດບັດດ້ວຍຕົນເອງໄດ້ນັ້ນ ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ມີສິດແຕ່ງຕັ້ງຜູ້ຮັບຜິດຊອບຊ່ວຍຂີດບັດ, ແຕ່ຕ້ອງປະຕິບັດຕາມຄວາມມັກ, ການຊີ້ບອກຂອງຜູ້ນັ້ນ ແລະ ໃຫ້ຜູ້ກ່ຽວນໍາເອົາບັດລົງຄະແນນສຽງໄປປ່ອນໃສ່ແຕ່ລະຫີບບັດດ້ວຍຕົນເອງ. ໃນກໍລະນີປ່ອນບັດດ້ວຍຕົນເອງບໍ່ໄດ້ກໍມອບ ໃຫ້ຄະນະຮັບຜິດ ຊອບໜ່ວຍປ່ອນບັດເລືອກຕັ້ງຜູ້ໃດໜຶ່ງ ຊ່ວຍນໍາເອົາບັດໄປປ່ອນໃສ່ແຕ່ລະຫີບບັດ ໂດຍຊ້ອງໜ້າຜູ້ກ່ຽວ;
7. ຜູ້ມີສິດເລືອກຕັ້ງ ເຈັບປ່ວຍ, ເສຍອົງຄະ, ເຖົ້າແກ່ ໄປປ່ອນບັດບໍ່ໄດ້ນັ້ນ ຄະນະຮັບຜິດ ຊອບໜ່ວຍປ່ອນບັດເລືອກຕັ້ງ ຕ້ອງຈັດຕັ້ງໜ່ວຍຮັບຜິດ ຊອບຫີບບັດເຄື່ອນທີ່ໄປຮັບເອົາບັດລົງຄະ ແນນສຽງກັບທີ່.
8. ຜູ້ມີສິດເລືອກຕັ້ງຫາກຂີດບັດຜິດ ຕ້ອງສົ່ງບັດທີ່ຂີດຜິດນັ້ນຄືນ ແລ້ວຂໍເອົາບັດໃໝ່ນໍາຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ.
9. ຜູ້ມີສິດເລືອກຕັ້ງ ຕ້ອງປ່ອນບັດລົງຄະແນນສຽງ ໃສ່ແຕ່ລະຫີບບັດ ເທື່ອລະຄົນ.

16/01/2026

ຄວາມໝາຍ ແລະ ຄວາມສໍາຄັນຂອງການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ
ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະ ສະ ພາປະຊາຊົນຂັ້ນແຂວງ ແມ່ນຂະບວນການປະຕິບັດໜ້າທີ່ການເມືອງ ແລະ ສິດປະຊາທິປະໄຕ ຂອງພົນລະເມືອງລາວ ໃນການເລືອກເອົາບຸກຄົນທີ່ມີມາດຕະຖານຄົບຖ້ວນ ເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນລາວບັນ ດາເຜົ່າ.
ພົນລະເມືອງລາວທຸກຄົນ ໂດຍບໍ່ຈໍາແນກເພດ,ເຜົ່າ,ຖາ ນະທາງດ້ານເສດຖະກິດ ສັງຄົມ,ຄວາມເຊື່ອຖື,ສາສະໜາ, ທີ່ຕັ້ງພູມລໍາເນົາ ລ້ວນແຕ່ມີສິດເລືອກຕັ້ງ ແລະ ສະໝັກ ຮັບເລືອກຕັ້ງ; ຜູ້ມີສິດເລືອກຕັ້ງ ຕ້ອງມີອາຍຸແຕ່ 18 ປີ ຂຶ້ນໄປ ແລະ ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາ ຕ້ອງມີອາຍຸແຕ່ 21 ປີ ຂຶ້ນໄປ ທີ່ມີມາດຕະຖານຄົບຖ້ວນ ຕາມກົດໝາຍ.
ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເປັນພາກສ່ວນໜຶ່ງໃນການປັບປຸງບູ ລະນະກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ໃນລະບົບການ ເມືອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ສາມາດປະຕິ ບັດໜ້າທີ່ການເມືອງໃນໄລຍະໃໝ່ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ສະນັ້ນ, ການເລືອກຕັ້ງ ແມ່ນໜ້າທີ່ການເມືອງ, ເປັນຄວາມຮັບຜິດຊອບ ຂອງພັກ, ລັດ, ພາກສ່ວນກ່ຽວ ຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອປະກອບສ່ວນເຂົ້າໃນການກະກຽມ ແລະ ດໍາເນີນການເລືອກຕັ້ງ ພ້ອມທັງ ປຸກລະດົມ ປະຊາຊົນລາວບັນດາເຜົ່າເຂົ້າຮ່ວມ ໃຫ້ເປັນຂະບວນຟົດຟື້ນ ຖືການເລືອກຕັ້ງ ເປັນຄືກັບປາງບຸນໃຫຍ່ຂອງຊາດ ດໍາເນີນໄປດ້ວຍບັນຍາກາດເບີກບານ ມ່ວນຊື່ນ,​ ມີ​ປະຊາທິ ປະໄຕ,​ ຖືກຕ້ອງຕາມກົດໝາຍ ເຮັດໃຫ້ການເລືອກຕັ້ງບັນ ລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. (ຂ່າວປກສ)

ກະຊວງປ້ອງກັນຄວາມສະຫງົບແຈ້ງ ໃຫ້ແຕ່ລະເມືອງ ອອກບັດປະຈຳຕົວ ໃຫ້ໄດ້ 220 ບັດຕໍ່ມື້ຕໍ່ເມືອງ ແລະໃຫ້ເພີ່ມທະວີການຖ່າຍໂອນສຳມະໂນຄົວມາ...
13/01/2026

ກະຊວງປ້ອງກັນຄວາມສະຫງົບແຈ້ງ ໃຫ້ແຕ່ລະເມືອງ ອອກບັດປະຈຳຕົວ ໃຫ້ໄດ້ 220 ບັດຕໍ່ມື້ຕໍ່ເມືອງ ແລະໃຫ້ເພີ່ມທະວີການຖ່າຍໂອນສຳມະໂນຄົວມາເປັນເອກະສານເອເລັກໂຕຣນິກໃຫ້ສຳເລັດໃນວັນທີ 15 ມິຖຸນາ 2026 ນີ້.

ແບບຟອມສາມາດໂຫຼດດ້ວຍຕົນເອງທີ່ນີ້.

18/10/2025

I gained 2,319 followers and received 1 reaction in the past 90 days! Thank you all for your continued support. I could not have done it without you. 🙏🤗🎉

ກຽມປູກພື້ລະດູແລ້ວ ສວນຫມາກໂມ
18/10/2025

ກຽມປູກພື້ລະດູແລ້ວ ສວນຫມາກໂມ

09/07/2025
05/06/2024

Address

Ban Souan
Muong Sayaboury
08000

Telephone

+8562029807190

Website

Alerts

Be the first to know and let us send you an email when ບ້ານສວນຟາມ Village Garden Farm posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share