ບູບເຟແຄມບຶງ khaembueng Buffet

ບູບເຟແຄມບຶງ khaembueng Buffet we have various foods everyday

ທຸກຢ່າງແພງທຸກມື້ນີ້ ເພາະຕົ້ນທຶນຂອງປະເທດມັນສູງ ໃຊ້ໜີ້ບໍ່ໄຫວ  #ບໍ່ເວົ້າຫລາຍເປັນໄອ
25/09/2018

ທຸກຢ່າງແພງທຸກມື້ນີ້ ເພາະຕົ້ນທຶນຂອງປະເທດມັນສູງ ໃຊ້ໜີ້ບໍ່ໄຫວ #ບໍ່ເວົ້າຫລາຍເປັນໄອ

ສຽງຈາກປະຊາຊົນ ສະເໜີໃຫ້ຂັ້ນເທິງແກ້ໄຂ…
---------------
ຈາກການລົງສຳພາດປະຊາຊົນຈຳນວນໜຶ່ງຂອງທີມງານ ທາເກັດຂອງພວກເຮົາ ກ່ຽວກັບຄວາມຄິດເຫັນຂອງເຂົາເຈົ້າທີ່ຢາກຂໍສະເໜີ ເພື່ອໃຫ້ລັດຖະບານແກ້ໄຂບັນຫາ ແລະ ປະກົດການຫຍໍ້ທໍ້ຕ່າງໆດັ່ງນີ້:
ທ້າວ ນໍ້າ ອາຍຸ 25 ປີ ຈົບການສຶກສາລະດັບ ປ.ຕີ ແຕ່ບໍ່ໄດ້ເຮັດວຽກ ຈຶ່ງຫັນໄປເຮັດອາຊີບຄ້າຂາຍ ລາວໃຫ້ຄວາມເຫັນວ່າ: ຈະເວົ້າແລ້ວອາຊີບຄ້າຂາຍບໍ່ຈໍາເປັນຕ້ອງຈົບເຖິງ ປ.ຕີ ກໍສາມາດເຮັດໄດ້, ຂ້າພະເຈົ້າຂໍສະ ເໜີວ່າ: ລັດຖະບານຕ້ອງແກ້ໄຂດ່ວນບັນຫານັກສຶກສາຈົບໃໝ່ແລ້ວບໍ່ມີວຽກເຮັດ ເພາະພວກເຂົາເຫຼົ່ານີ້ເປັນກຳລັງແຮງໜຶ່ງທີ່ຈະຂັບເຄື່ອນປະເທດໃຫ້ພັດທະນາໃນອະນາຄົດ. ແຕ່ທຸກມື້ນີ້ ໄປສະໝັກວຽກບ່ອນໃດ ກໍວ່າເຕັມແລ້ວ ແລະ ບາງບ່ອນຕ້ອງໃຊ້ເງິນເປັນໃບເບີກທາງ, ແລ້ວຜູ້ທີ່ທຸກຍາກເດ? ເຖິງແມ່ນວ່າຈະຮຽນເກັ່ງກໍຕາມ ໃບຄະແນນ ໃບປະລິນຍາ ກໍຊ່ວຍບໍ່ໄດ້,ບາງຄົນກໍເປັນອາສາສະໝັກ 4-5 ປີບໍ່ມີເງິນເດືອນ ແຕ່ຄ່າຄອງຊີບສູງ ໂດຍບໍ່ຮູ້ວ່າປີໃດຈະໄດ້ເຂົ້າເປັນລັດຖະກອນສົມບູນ, ບາງຄົນຮຽນຈົບມາໄປເປັນກໍາມະກອນ ຫຼື ເຮັດວຽກສາຂາອື່ນທີ່ຕົນບໍ່ໄດ້ຮຽນມາ.
ພະນັກງານ ບໍລິສັດເອກະຊົນແຫ່ງໜຶ່ງຂໍໃຊ້ນາມສົມມຸດວ່າ: ສາວຊະນະຄາມ ມີຄວາມເຫັນວ່າ: ຢາກໃຫ້ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນເປັນຫຼັກ ເຊັ່ນ: ຄ່າຄອງຊີບກັບລາຍໄດ້ ຖ້າຄ່າຄອງຊີບຍັງສູງຄືທຸກມື້ນີ້ ແລ້ວລາຍໄດ້ພັດໜ້ອຍແບບນີ້ ກະບໍ່ຕ້ອງເວົ້າເຖິງການພັດທະນາ ເອົາພຽງວ່າຊອກເງິນຊື້ເຂົ້າ ເຊົ່າບ່ອນຢູ່ໃຫ້ມັນໄດ້ກ່ອນ. ຖ້າເວົ້າເລື່ອງລາຍໄດ້ປະຊາຊົນໂດຍສະເພາະຊາວນາ ແລະ ຄໍາເວົ້າທີ່ວ່າ “ຊາວນາເປັນກະດູກສັນຫຼັງຂອງຊາດ” ດຽວນີ້ກະດູກສັນຫຼັງຂອງຊາດໃກ້ຈະຫັກແລ້ວ ຍ້ອນເຮັດຫຼາຍ ແຕ່ລາຍໄດ້ໜ້ອຍ. ກໍາມະກອນຜູ້ເອົາເຫື່ອແຮງແລກເງິນກົ້ມໜ້າເຮັດວຽກຕາມນາຍສັ່ງ ບາດຄ່າແຮງງານພັດຊື້ກິນໄດ້ແຕ່ໝີ່. ຈຶ່ງຢາກຝາກມາຍັງພາກສ່ວນທີ່ກ່ຽວຂ້ອງໃຫ້ພິຈາລະນາບັນຫານີ້ໃຫ້ແດ່ ເພາະຖ້າປະຊາຊົນມີລາຍໄດ້ດີ ມີຄ່າຕອບແທນທີ່ສົມເຫດສົມຜົນ ນັ້ນຈຶ່ງໝາຍຄວາມວ່າ: ປະເທດເຮົາຈະຫຼຸດພົ້ນຈາກປະເທດດ້ອຍພັດພະນາ ໂດຍແທ້ຈິງ.
ທ້າວ ຜາ ອາຍຸ 31 ປີ ອາຊີບ ພະນັກງານລັດ ສັງກັດຢູ່ເມືອງໜຶ່ງທີ່ຂຶ້ນກັບ ແຂວງຫຼວງພະບາງ ໃຫ້ຄວາມເຫັນວ່າ: ບັນຫາທີ່ຢາກໃຫ້ແກ້ໄຂທີ່ສຸດ ຖ້າເປັນໄປໄດ້ໃຫ້ໝົດໄປ ໃນປີ 2018 ນີ້ເລີຍແມ່ນ: ບັນຫາການສໍ້ລາດບັງຫຼວງ ເພາະເປັນບັນຫາສຳຄັນທີ່ຕິດພັນກັບລັດຖະກອນ ຈໍານວນໜຶ່ງຂອງ ສປປລາວ ໂດຍສະເພາະ ບັນດາທ່ານທີ່ມີຊັ້ນຕຳແໜ່ງບໍລິຫານລະດັບສູງຂອງຊາດຈົນເຖິງຂັ້ນຮາກຖານ, ບັນຫາດັ່ງກ່າວ ແມ່ນກົດໜ່ວງຖ່ວງດຶງໃນຫຼາຍດ້ານ ເຊັ່ນ: ການພັດທະນາ ໂຄງລ່າງພືື້ນຖານ, ການສຶກສາ, ສາທາລະນະສຸກ ແລະ ການຄ້າຂາຍສິ່ງເສບຕິດ ກໍເນື່ອງມາຈາກການສໍ້ລາດບັງຫຼວງ ເປັນຜົນໃຫ້ປະຊາຊົນຂາດຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ກັບພະນັກງານລັດຖະກອນ, ເກີດມີການແບ່ງແຍກຊົນຊັ້ນວັນນະ ຮ້າຍແຮງໄປກ່ວານັ້ນປະຊາຊົນຂາດຄວາມເຊື່ຶອໝັ້ນຕໍ່ກັບແນວທາງຂອງພັກ-ລັດຂັ້ນເທິງ, ສະນັັ້ນບັນຫາດັ່ງກ່າວຄວນໄດ້ຮັບການແກ້ໄຂໂດຍໄວເພື່ອຜົນປະໂຫຍດສຸງສຸດຂອງຊາດ.
ນາງໃຈ, ຢູ່ບ້ານ ໜອງພະຍາ, ນະຄອນຫຼວງວຽງຈັນ ອາຊີບຄູ ສອນໂຮງຮຽນ ເອກະຊົນ ໃຫ້ຄວາມເຫັນວ່າ: ຢາກໃຫ້ພາກສ່ວນກ່ຽວຂ້ອງ ລົງແກ້ໄຂບັນຫາການສັນຈອນທາງຫນອງພະຍາ ເພາະພົບຄວາມຫຍຸ້ງຍາກຫຼາຍ ຍ້ອນທາງບໍ່ແລ້ວ ແຕ່ຍານພາຫະນະທຽວທາງຫຼາຍ ສົ່ງຜົນໃຫ້ມີຂີ້ຝຸ່ນຫຼາຍ, ທາງເປັນຂຸມ, ໄປວຽກຍາມເຊົ້າ-ແລງ ມີຄວາມຫຼ້າຊ້າ ຈຶ່ງຢາກໃຫ້ມີການຫົດນໍ້າຍາມເຊົ້າ, ກວາດທາງໃຫ້ຮຽບຮ້ອຍ ແລະ ເມື່ອມີີີການກໍ່ສ້າງ ກໍສະເໜີສ້າງໃຫ້ໄດ້ຕາມມາດຕະຖານ ແລະ ມີຄຸນະພາບສູງໆ.
ທ້າວ ຊົ່ງ ອາຍຸ 38 ປີ ອາຊີບ ພະນັກງານກະຊວງແຫ່ງໜຶ່ງ, ສະເໜີຕໍ່ລັດຖະບານ ຄວນແກ້ໄຂໃນປີ 2018 ນີ້ ມີຢູ່ຫຼາຍບັນຫາ ເຊັ່ນ: ຄວນແກ້ໄຂບັນຫາ ແລະ ໃຫ້ຢຸດພຶດຕິກໍາ ຫຼື ທໍານຽມປະຕິບັດໃນການຈ່າຍເງິນເພີ່ມທີ່ກ່ຽວຂ້ອງກັບການແລ່ນເອກະສານ ເພື່ອເປັນສິນນໍ້າໃຈ ຫຼື ກິນນໍ້າກິນໃນ ແລະ ຈ່າຍເພີ່ມເມື່ອເຮັດ Passport ທີ່ວ່າ: ເອົາດ່ວນ ຫຼື ບໍ່ດ່ວນ ເວົ້າແລ້ວເກືອບວ່າທຸກໆໜ່ວຍງານແມ່ນມີທໍານຽມປະຕິບັດໃນການຈ່າຍເງິນເພີ່ມ ຄ່າກິນນໍ້າກິນໃນ.
ບັນຫາການພັກເຊົາ ເຊັ່ນ: ການຖືບັດພັກເຊົາສຳລັບຄົນຕ່າງຖິ່ນ ໂດຍສະເພາະນັກສຶກສາໃຫ້ຍົກເລີກ ຍ້ອນທຸກຄົນເປັນຄົນລາວ ຈະພັກສະຖານທີ່ໃດກໍໄດ້ ຍ້ອນທຸກຄົນເປັນຄົນລາວ ຂໍພຽງມີເອກະສານຢັ້ງຢືນເຊັ່ນ: ສໍາມະໂນຄົວ ຫຼື ບັດປະຈຳຕົວ ແລະ ສໍາລັບນັກທ່ອງທ່ຽວຕ່າງປະເທດ ພຽງແຕ່ກ້າວຂາເຂົ້າປະເທດແມ່ນເສຍເງິນ ຕົວຢ່າງ: ຢູ່ຂົວມິດຕະພາບ ຊຶ່ງບາງລາຍການກໍບໍ່ສົມເຫດສົມຜົນ ແລະ ເຮັດໃຫ້ຂັ້ນຕອນຊັກຊ້າ. .
ບັນຫາອາຊີບທີ່ຄວນສະຫງວນໄວ້ໃຫ້ຄົນລາວເຮົາເຮັດ ຕົວຢ່າງ: ບາງປະເທດ ຈະສະຫງວນອາຊີບໃຫ້ຄົນພາຍໃນເຮັດເຊັ່ນ: ຮ້ານອາຫານ, ຂາຍແນວຢູ່ແນວກິນ, ຮ້ານເສີມສວຍ, ສ້ອມແປງ, ຕັດຜົມ... ອັນທີ່ຈຳເປັນທີ່ສຸດເຂົາເຈົ້າຈະສະຫງວນໃຫ້ຄົນພາຍໃນປະເທດເຮັດ ສິ່ງທີ່ໃຫຍ່ໆ ປະຊາຊົນເຮັດບໍ່ໄດ້ ຈຶ່ງເຊີນຕ່າງຊາດມາລົງທຶນ ແລະ ຄວນໃຫ້ບູລິມະສິດໃນການຈ້າງຄົນງານທີ່ເປັນຄົນລາວກ່ອນຄົນຕ່າງປະເທດ ສໍາລັບໂຮງງານອຸດສາຫະກໍາຕ່າງໆ.
ທີ່ກ່າວມາຂ້້າງເທິງນີ້ເປັນພຽງສ່ວນໜຶ່ງເທົ່ານັ້ນທີ່ພວກເຮົາໄປສໍາພາດມາ ເຊິ່ງບັນຫາ ແລະ ປະກົດການຫຍໍ້ທໍ້ຕ່າງໆນັ້ນ ຍັງມີອີກຢ່າງຫຼວງຫຼາຍທີ່ປະຊາຊົນຂໍຝາກຄວາມຫວັງໄວ້ນໍາລັດຖະບານຊຸດທີ 8 ນີ້ຈົ່ງຊ່ວຍແກ້ໄຂໃຫ້ໝົດໄປຈາກສັງຄົມບ້ານເຮົາ ເພື່ອເຮັດໃຫ້ປະເທດຊາດຈະເລີນກ້າວໜ້າ ສັງຄົມມີຄວາມສະຫງົບ ມີຄວາມເປັນທໍາ ປະຊາຊົນມີຢູ່ມີກິນ ອີ່ມໜໍາສໍາລານ ທຸກຖ້ວນໜ້າໃນອະນາຄົດ.


12/04/2018

📣📣📣ຮຽນລູກຄ້າທຸກທ່ານ📢📢📢

⛔️ວັນທີ 14-4-18 ເປັນຕົ້ນໄປທາງຮ້ານຈະປິດຊົ່ວຄາວ
🔵ແລະຈະເປີດໃຫ້ບໍລິການເລີ້ມວັນທີ 19-4-2018 ເປັນຕົ້ນໄປ
❤️ໃນປີໃໝ່ນີ້ຂໍອວຍໄຊໃຫ້ພອນທຸກທ່ານ ຈົ່ງປະສົບແຕ່ຄວາມສຸກ ຄວາມຈະເລີນຕະຫລອດໄປເຖີນ 🙏🙏🙏

12/04/2018

ສຸກສັນວັນປີໃໝ່
ຂໍໃຫ້ທຸກທ່ານຈົ່ງປະສົບແຕ່ຄວາມສຳເລັດ ແລະຄວາ ສຸກຄວາມຈະເລີນ ຕະຫລອດໄປດ້ວຍເຖີນ 🙏🙏🙏

ນັກທຸລະກິດໃຫຍ່ເດ 🤣🤣🤣🤣🤣😂
03/03/2018

ນັກທຸລະກິດໃຫຍ່ເດ 🤣🤣🤣🤣🤣😂

ມີຕູ້1ຢູ່ຕ່າງແຂວງ ເພີ່ນເຈັບແຮງ ລູກຫລານເລີຍພາມາໂຮງໝໍຢູ່ນຫຼ ວຽງຈັນ ພໍມາຮອດກະເອົາຫ້ອງສຸກເສີນ ເບື້ອງຕົ້ນທ່ານ ໝໍ ກະສອບຖາມຕາມຫ...
28/02/2018

ມີຕູ້1ຢູ່ຕ່າງແຂວງ ເພີ່ນເຈັບແຮງ ລູກຫລານເລີຍພາມາໂຮງໝໍຢູ່ນຫຼ ວຽງຈັນ ພໍມາຮອດກະເອົາຫ້ອງສຸກເສີນ ເບື້ອງຕົ້ນທ່ານ ໝໍ ກະສອບຖາມຕາມຫລັກວິຊາການຂອງໝໍ

ທ່ານຫມໍ: ແມ່ຕູ້ ເຈັບຢູ່ໃສ????

ແມ່ຕູ້: ແມ່ ເຈັບຢູ່ວັງວຽງ!!!!

ທ່ານໝໍ: ບໍ່ແມ່ນຕູ້ !!!ແມ່ເຈັບແຮງໆ ຫັ້ນນ່າ ເຈັບຢູ່ ບ່ອນໃດ?????

ແມ່ຕູ້ ທັງເຈັບທັງຄາງເລີຍຕອບວ່າ: ຮືຮືຮື ຄ່າຫີນເຫີບມານີ້ ແມ່ເຈັບເຮັ່ງ ຮືຮືຮື
🤣🤣🤣🤣

12/02/2018

Address

ບ. ໂພນປ່າເປົ້າທົ່ງ
Vientiane

Telephone

02056008666

Website

Alerts

Be the first to know and let us send you an email when ບູບເຟແຄມບຶງ khaembueng Buffet posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share